ແງ່ຫວັງການເຕີບໂຕເສດຖະກິດຫວຽດນາມ ຍັງຄົງຕັ້ງໜ້າໃນສະພາບການປັດຈຸບັນ

(VOVWORLD) -ລະດັບເຕີບໂຕ GDP ຂອງຫວຽດນາມ ໃນປີ 2019 ຄາດຄະເນວ່າ ຈະຫຼຸດລົງເຫຼືອພຽງ 6,6%. 

        ວັນທີ 01 ກໍລະກົດ, ຢູ່ຮ່າໂນ້ຍ, ທະນາຄານໂລກ ປະຈໍາ ຫວຽດນາມ ໄດ້ປະກາດ ສື່ສິ່ງພິມທີ່ມີຊື່ວ່າ “ສະຫຼົບຄືນ” - ລາຍງານສະພາບການເສດຖະກິດຫວຽດນາມ 6 ເດືອນຕົ້ນປີ ຂອງທະນາຄານໂລກ.

        ໃນບົດລາຍງານ, ທ່ານ  Sebastian Eckardt, ຫົວໜ້້າຄະນະນັກຊ່ຽວຊານດ້ານເສດຖະກິດ ຂອງທະນາຄານໂລກ ປະຈໍາຫວຽດນາມ ເນັ້ນໜັກວ່າ:

        “ບັນດາການເຄືອ່ນໄຫວເສດຖະກິດຂອງຫວຽດນາມ ຖືກຊັກຊ້າລົງສ່ວນໃດສ່ວນໜຶ່ງ. ສ່ວນໜຶ່ງແມ່ນຍ້ອນສະພາບເສດຖະກິດມີສິ່ງທ້າທາຍຫຼາຍກວ່າ, ແຕ່ເຖິງຢ່າງໃດກໍຕາມ ລະດັບເຕີບໂຕ 6,3% ໃນໄລຍະ 6 ເດືອນຕົ້ນປີ ແມ່ນຫວຽດນາມ ຍັງສືບຕໍ່ຮັກສາທ່າເຕີບໂຕຢ່າງໝັ້ນຄົງ”.

        ທະນາຄານໂລກ ໃຫ້ຂໍ້ສັງເກດວ່າ ລະດັບເຕີບໂຕ GDP ຂອງຫວຽດນາມ ໃນປີ 2019 ຄາດຄະເນວ່າ ຈະຫຼຸດລົງເຫຼືອພຽງ 6,6%. 

ຕອບກັບ

ຂ່າວ/ບົດ​ອື່ນ