ແງ່ຫວັງກ່ຽວກັບການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ ອາເມລິກາ

(VOVWORLD) -ວັນທີ 06 ມິຖຸນາ, ສຳນັກຂ່າວສານ Bloomberg ໄດ້ໃຫ້ຂ່າວວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມຄິດໄລ່ຊັ່ງຊາການຕ້ອນຮັບການນຳ ສປປ.ເກົາຫຼີ ທ່ານ Kim Jong – un ຢູ່ເຂດຕາກອາກາດ Maralago ຢູ່ Florida ພາຍຫລັງການຄາດຄະເນວ່າການພົບປະສຸດຍອດ ຈະດຳເນີນຢູ່ປະເທດ ສິງກະໂປ ໃນອາທິດໜ້າ.
ແງ່ຫວັງກ່ຽວກັບການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ ອາເມລິກາ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ ທ່ານ Kim Jong – un (ພາບ: AFP/TTXVN)

ຕາມແຫຼ່ງຂ່າວດັ່ງກ່າວ, ການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ Florida ອາດຈະດຳເນີນໃນລະດູໃບໄມ້ຫຼົ່ນ. ການພົບປະດັ່ງກ່າວ ພຽງແຕ່ໄດ້ດຳເນີນ ຖ້າຫາກການນຳ 2 ທ່ານ “ມີຄວາມປອງດອງ”, ຖ້າຫາກການພົບປະສຸດຍອດໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ ສິງກະໂປ ປະສົບຜົນສຳເລັດຢ່າງຈົບງາມ, ຫລັງຈາກນັ້ນບັນດາເຫດການຕໍ່ໄປຈະດຳເນີນໃນມື້ດຽວກັນ ແລະ ອາດຈະແມ່ນມື້ທີ 2.

        ກໍ່ກ່ຽວຂ້ອງເຖິງບັນຫາ ສປປ.ເກົາຫຼີ, ໃນວັນດຽວກັນ, ທີ່ການພົບປະເຈລະຈາລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Mike Pompeo, 2 ຝ່າຍໄດ້ເຫັນດີເປັນເອກະພາບຈະກະຕຸກຊຸກຍູ້ ສປປ.ເກົາຫຼີ ໃຫ້ປອດນິວເຄຼຍ “ຮອບດ້ານ, ສາມາດພິສູດໃຫ້ເຫັນ ແລະ ບໍ່ສາມາດຕ່າວປີ້ນໄດ້” ໃນຂະນະທີ່ຍັງຄົງຮັກສາບັນດາມາດຕະການລົງໂທດຕໍ່ ພຽງຢາງ.

 

ຕອບກັບ

ຂ່າວ/ບົດ​ອື່ນ