ແງ່ຫວັງດີສໍາລັບເລື່ອງຮ່າງຂໍ້ຕົກລົງ Brexit ໄດ້ຮັບການເຫັນດີຮັບຮອງເອົາຈາກ ອີຢູ

(VOVWORLD) -ທ່ານ Donald Tusk ປະທານສະພາເອີຣົບ ທັງເປັນປະທານກອງປະຊຸມສຸດຍອດຄັ້ງນີ້ ໃຫ້ຮູ້ວ່າ ທ່ານຈະສະເໜີບັນດາປະເທດສະມາຊິກຂອງ ອີຢູ ຮັບຮອງເອົາຂໍ້ຕົກລົງ Brexit
ແງ່ຫວັງດີສໍາລັບເລື່ອງຮ່າງຂໍ້ຕົກລົງ Brexit  ໄດ້ຮັບການເຫັນດີຮັບຮອງເອົາຈາກ ອີຢູ - ảnh 1ທ່ານ Donald Tusk ປະທານສະພາເອີຣົບ ແລະ ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May (ພາບ: THX/TTXVN) 

ວົງການນັກສັງເກດການ ໃຫ້ຂໍ້ສັງເກດວ່າ ແງ່ຫວັງຂອງຮ່າງຂໍ້ຕົກລົງ Brexit  ຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May  ໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສຸດຍອດ ສະຫະພາບເອີຣົບ (ຫຼື ອີຢູ)ໃນວັນທີ 25 ພະຈິກ ຢູ່ ບຣຸກແຊນ ໄດ້ເຮັດໃຫ້ສະພາບການ “ສົດໃສ” ກວ່າ ເມື່ອຮອດຈຸດເວລາດໍາເນີນການເຈລະຈາ ກ່ຽວກັບບັນຫາ Brexit   ກ້າວເຂົ້າສູ່ໄລຍະຕັດສິນ. ໃນຈົດໝາຍຝາກເຖິງບັນດາສະມາຊິກຂອງສະພາເອີຣົບ, ທ່ານ Donald Tusk ປະທານສະພາເອີຣົບ ທັງເປັນປະທານກອງປະຊຸມສຸດຍອດຄັ້ງນີ້ ໃຫ້ຮູ້ວ່າ ທ່ານຈະສະເໜີບັນດາປະເທດສະມາຊິກຂອງ ອີຢູ ຮັບຮອງເອົາຂໍ້ຕົກລົງ Brexit.

        ທີ່ກອງປະຊຸມສຸດຍອດ ອີຢູ ຄັ້ງນີ້, ຄາດວ່າບັນດາການນໍາ ອີຢູ ຈະປຶກສາຫາລື ເພື່ອຮັບຮອງເອົາເອກະສານຕົ້ນຕໍຂອງ Brexit  ສອງສະບັບ ເຊິ່ງລວມມີ ຖະແຫຼງການການເມືອງທີ່ກ່ຽວຂ້ອງເຖິງການກໍານົດສາຍພົວພັນລະຫວ່າງອັງກິດ ແລະ ອີຢູ ຫຼັງ Brexit   ແລະ ຂໍ້ຕົກລົງຖອນຕົວອອກຈາກອີຢູ.


ຕອບກັບ

ຂ່າວ/ບົດ​ອື່ນ