ແງ່ຫວັງທີ່ປະເອີບໃຈຂອງເສດຖະກິດ ຫວຽດນາມ

(VOVWORLD) - ໃນອາທິດຜ່ານມາ, ສື່ມວນຊົນສາກົນມີບົດຂຽນຈຳນວນໜຶ່ງຕີລາຄາຄວາມມານະພະຍາຍາມຮັກສາລະດັບເຕີບໂຕ ແລະ ສະຖຽນລະພາບດ້ານເສດຖະກິດຂອງ ຫວຽດນາມ.
ແງ່ຫວັງທີ່ປະເອີບໃຈຂອງເສດຖະກິດ ຫວຽດນາມ - ảnh 1(ພາບປະກອບ)

        ຕາມບົດລາຍງານແລ້ວ, ເຖິງວ່າເສດຖະກິດຂອງ ຫວຽດນາມ ໃນປີ 2023 ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ໃນສະພາບເສດຖະກິດທົ່ວໂລກຂາດສະຖຽນລະພາບ, ໄພເງິນເຟີ້ສູງ, ລະບົບສະໜອງຖືກຕັດຕອນກໍ່ຕາມ, ແຕ່ການເຕີບໂຕຍັງຢູ່ໃນລະດັບ 5,05%, ແງ່ຫວັງໃນໄລຍະກາງໄດ້ຮັບການສັງເກດວ່າແມ່ນມີຄວາມປະເອີບໃຈ.

        ທະນາຄານ HSBC ຕີລາຄາແງ່ຫວັງລວມຂອງພາກພື້ນ, ຫວຽດນາມ ໄດ້ຮັບຂໍ້ສັງເກດວ່າ “ປະເອີບໃຈລະມັດລະວັງ”. ພື້ນຖານເສດຖະກິດ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ການເຕີບໂຕໄດ້ຮັບການຟື້ນຟູ, ເສດຖະກິດໄດ້ຮັບການປັບປຸງໃນໄຕມາດທີ 4 ປີ 2023.

        ໂດຍມີຂໍ້ສັງເກດເຊັ່ນດຽວກັນ, ເວັບໄຊ Bloomberg ໃຫ້ຮູ້ວ່າ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 5 ປະເທດສວມບົດບາດແກ່ນສານເຊື່ອມຕໍ່ເສດຖະກິດໃນສະພາບໂລກຖືກແບ່ງແຍກ ຍ້ອນນະໂຍບາຍສ້າງຄວາມດຸ່ນດຽງ, ດຶງດູດຫຼາຍນັກລົງທຶນຕ່າງປະເທດໃນສະພາບແວດລ້ອມທົ່ວໂລກຂາດສະຖຽນລະພາບ.

        ໂດຍມີການຕີລາຄາເຊັ່ນດຽວກັນ, ທ່ານ Shantanu Chakraborty, ຫົວໜ້າແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈຳ ຫວຽດນາມ, ຖືວ່າ:

        “ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍບັນດາພື້ນຖານເສດຖະກິດສືບຕໍ່ສະແດງໃຫ້ເຫັນຄວາມທົນທານທີ່ດີຕໍ່ບັນດາການຜັນແປຂອງພື້ນຖານເສດຖະກິດທົ່ວໂລກ. ການບໍລິໂພກ, ລາຍຮັບຈາກການຂາຍຍອຍຢູ່ພາຍໃນປະເທດແມ່ນໜຶ່ງໃນບັນດາກຳລັງໜູນຕົ້ນຕໍ. ນີ້ແມ່ນສັນຍານທີ່ໜ້າປະເອີບໃຈເມື່ອທຽບໃສ່ກັບບັນດາພື້ນຖານເສດຖະກິດມີລະດັບເປີດສູງ, ຕາມທິດສົ່ງອອກ, ຄື: ໄທ, ມາເລເຊຍ”.

ຕອບກັບ

ຂ່າວ/ບົດ​ອື່ນ