ແງ່ຫວັງສົ່ງອອກໝາກໄມ້ຂອງ ຫວຽດນາມ

(VOVWORLD) -ທ້າຍເດືອນ ພະຈິກ 2022, ໝາກກ້ຽງໃຫຍ່ຂອງ ຫວຽດນາມ ງວດທຳອິດປະມານ 40 ໂຕນໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ ຢ່າງເປັນທາງການ.
ແງ່ຫວັງສົ່ງອອກໝາກໄມ້ຂອງ ຫວຽດນາມ - ảnh 1ໝາກຖົ່ວລຽນ
(ພາບ: tienphong.vn)

        ປີ 2022, ວົງເງິນສົ່ງອອກຜັກ, ໝາກໄມ້ຂອງ ຫວຽດນາມ ບັນລຸ 3,3 ຕື້ USD. ໝາກຜົນດັ່ງກ່າວແມ່ນຕັ້ງໜ້າພໍສົມຄວນ. ຕາມບັນດາວິສາຫະກິດ ແລະ ສະມາຄົມຂະແໜງອາຊີບແລ້ວ, ນີ້ໄດ້ຮັບຖືວ່າແມ່ນປະຖົມປັດໄຈເພື່ອໃຫ້ຂະແໜງໝາກໄມ້ຂອງ ຫວຽດນາມ ບຸກທະລຸໃນປີ 2023.

        ທ້າຍເດືອນ ພະຈິກ 2022, ໝາກກ້ຽງໃຫຍ່ຂອງ ຫວຽດນາມ ງວດທຳອິດປະມານ 40 ໂຕນໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ ຢ່າງເປັນທາງການ. ຍ້ອນເຫດນັ້ນ, ລາຍຮັບຂອງຫົວໜ່ວຍສົ່ງອອກໝາກກ້ຽງໃຫຍ່ໃນປີ 2022 ເຕີບໂຕ 60% ແລະ ສືບຕໍ່ໄດ້ຮັບຄວາມຫວັງວ່າ ຈະບັນລຸການເຕີບໂຕໃນປີ 2023, ເມື່ອກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ພວມດຳເນີນການເຈລະຈາຢູ່ບັນດາຕະຫຼາດອື່ນຕື່ມອີກ, ຄື: ຍີ່ປຸ່ນ, ນິວຊີແລນ, ອົດສະຕາລີ…

        ກ່ອນໜ້ານັ້ນ, ເດືອນ ກັນຍາ 2022, ພາຍຫຼັງດຳເນີນການເຈລະຈາເປັນເວລາ 4 ປີ ແລະ ຕ້ອງຜ່ານຫຼາຍຂັ້ນຕອນການກວດກາຢ່າງເຂັ້ມງວດ, ປະເທດ ຈີນ - ຕະຫຼາດບໍລິໂພກໃຫຍ່ທີ່ສຸດໃນໂລກ - ໄດ້ເປີດປະຕູໃຫ້ໝາກຖົ່ວລຽນສົດຂອງ ຫວຽດນາມ ໄດ້ສົ່ງອອກຕາມໂຄຕາຢ່າງເປັນທາງການ. ນີ້ໄດ້ຮັບຖືວ່າແມ່ນຂີດໝາຍສຳຄັນສຳລັບເລື່ອງສົ່ງອອກໝາກໄມ້ຂອງ ຫວຽດນາມ ອອກສູ່ໂລກ. ທ່ານ ຫງວຽນດິ່ງຕຸງ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ບໍລິສັດສົ່ງອອກ - ນຳເຂົ້າ Vina T&T, ໃຫ້ຮູ້ວ່າ:

        “ປີ 2023, ພວກຂ້າພະເຈົ້າໄດ້ວາງເປົ້າໝາຍບັນລຸລະດັບເຕີບໂຕແຕ່ 30-40%, ຍ້ອນພວກຂ້າພະເຈົ້າມີ 2 ຜະລິດຕະພັນຫຼັກແມ່ນໝາກກ້ຽງໃຫຍ່ ສົ່ງໄປ ອາເມລິກາ ແລະ ໝາກຖົ່ວລຽນ ສົ່ງໄປ ຈີນ. ວັນທີ 08 ມັງກອນ, ຕະຫຼາດ ຈີນ ກໍ່ຜ່ອນຜັນນະໂຍບາຍ Zero covid ກໍ່ຄືເປີດປະຕູຕະຫຼາດຢ່າງຮອບດ້ານ. ນັ້ນແມ່ນບັນດາພື້ນຖານເພື່ອໃຫ້ພວກຂ້າພະເຈົ້າມີຄວາມຕັ້ງຫວັງ”.

        ຄາດວ່າ, ປີ 2023, ການສົ່ງອອກໝາກໄມ້ຂອງ ຫວຽດນາມ ຈະສາມາດເຕີບໂຕປະມານ 20% ເມື່ອທຽບໃສ່ປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ