ແງ່ຫວັງແຫ່ງການດຳເນີນທຸລະກິດ-ລົງທຶນກັບບັນດາປະເທດອາຟຼິກາ-ຕາເວັນອອກກາງ

ແງ່ຫວັງແຫ່ງການດຳເນີນທຸລະກິດ-ລົງທຶນກັບບັນດາປະເທດອາຟຼິກາ-ຕາເວັນອອກກາງ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງ​ປະຊຸມ​ສຳ​ມະ​ນາ


(vovworld)- ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ“​ແງ່​ຫວັງ​​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ ກັບ​ບັນດາ​ຄູ່​ຮ່ວມ​ມື ອາ​ຟິຼກາ-​ຕາ​ເວັນ​ອອກ”, ​ໂດຍ​ສູນ​ຫນູນ​ຊ່ວຍ​ສົ່ງ​ອອກ-​ສັງກັດ​ກົມ​ສົ່ງ​ເສີມ​ການ​ຄ້າ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/6 ຢູ່ ຮ່າ​ໂນ້ຍ, ທ່ານ ​ໂດ​ກີ​ມລາງ, ຮອງ​ຫົວຫນ້າ​ກົມ​ສົ່ງ​ເສີມການ​ຄ້າ,​ ສັງກັດ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ຫວຽດນາມ​ໃຫ້​ຮູ້​ວ່າ:

“ອາດ​ຈະ​ເຫັນ​ໄດ້​ວ່າ, ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຕ້ອງການ​ນຳ​ເຂົ້າ​ປະຈຸ​ບັນ​ຂອງ​ຕະຫລາດ​ຫລາຍ​ພໍ​ສົມຄວນ, ຫວຽດນາມ ຈະ​ມີ​ກາລະ​ໂອກາດ​ຫລາຍ​ຢ່າງ​ເພື່ອ​ຂຸດ​ຄົ້ນ​ຕະຫລາດ ອາ​ຟຼິກາ- ຕາ​ເວັນ​ອອກ​ກາງ. ກົມ​ສົ່ງ​ເສີມ​ການ​ຄ້າ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່ ​ແລະ ປາດ​ຖະຫນາ​ຢາກ​ນຳ​ຂໍ້​ມູນ​ຂ່າວສານ, ບັນດາ​ກາລະ​ໂອກາດ​ຈາກ​ຕະຫລາດ​ນີ້​ມາ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຂຸດ​ຄົ້ນ​ຄວາມ​ສາ​ບາດ​ບົ່ມ​ຊ້ອນ​ຂອງ​ຕະຫລາດ​ນີ້​ດີກ​ວ່າ​ອີກ.”

 

 

ຂ່າວ/ບົດ​ອື່ນ