ແງ່ຫວັງໃຫມ່ໃນການພົວພັນລະຫວ່າງຫວຽດນາມແລະອາເມລິກາ

ແງ່ຫວັງໃຫມ່ໃນການພົວພັນລະຫວ່າງຫວຽດນາມແລະອາເມລິກາ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ
ແລະ ທ່ານປະທານາທິບໍດີ ອາເມລິກາ Brack OBama
ພາບ: internet


(vovworld)-ຕອນ​ເຊົ້າ​ວັນ​ທີ 28/7, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ ​ໄດ້​ເດີນທາງ​ຮອດ​ນະຄອນຫລວງ​ຮ່າ​ໂນ້ຍສິ້ນ​ສຸດ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງຈົບງາມ. ການ​ຢ້ຽມຢາມ​ຈະ​ນຳ​ມາ​ໝາກຜົນ​ສຳຄັນ, ມີ​ຄວາມ​ໝາຍ​ກຳນົດ​ທິດ​ອະນາຄົດ​ໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ​ໃນ​ນັ້ນ​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ ສອງ​ຝ່າຍ​ໄດ້​ເຫັນ​ດີ​ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ໃຫມ່: ຄູ່​ຮ່ວມ​ມື​ຮອບດ້ານ. ການ​ນຳ​ສອງ​ທ່ານ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ບໍ່​ພຽງ​ແຕ່​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​​ໃຫ້​ດີກ​ວ່າເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່ ອາຊີ ປາຊີ​ຟິກ ​ແລະ ​ໃນ​ໂລ​ກອີກ​ດ້ວຍ.

ຂ່າວ/ບົດ​ອື່ນ