ແຈ້ງກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນານະຄອນ ໂຮ່ຈີມິນ ເຖິງຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ

(VOVWORLD) - ເນື້ອໃນພື້ນຖານທີ່ສຸດຂອງມະຕິເລກທີ 98, ລວມມີ 44 ກົນໄກ, ນະໂຍບາຍໃນ 7 ຂົງເຂດຮອບດ້ານພໍສົມຄວນ.
ແຈ້ງກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນານະຄອນ ໂຮ່ຈີມິນ ເຖິງຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ - ảnh 1ທ່ານ ເລວັນທູ, ຮອງຫົວໜ້າຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ
(ພາບປະກອບ: daidoanket.vn)

        ວັນທີ 01 ກຸມພາ, ຢູ່ນະຄອນຫຼວງ ປຣາຮາ ຂອງສ.ເຊັກໂກ, ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກໂກ ໄດ້ສົມທົບກັບຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ຈັດ “ກອງປະຊຸມແຈ້ງມະຕິເລກທີ 98 ກ່ຽວກັບການທົດລອງກົນໄກ, ນະໂຍບາຍພິເສດສະເພາະໃນການພັດທະນານະຄອນ ໂຮ່ຈີມິນ” ຢູ່ ສ.ເຊັກໂກ.

        ຢູ່ທີ່ນີ້, ທ່ານ ເລວັນທູ, ຮອງຫົວໜ້າຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ແນະນຳບັນດາເນື້ອໃນພື້ນຖານທີ່ສຸດຂອງມະຕິເລກທີ 98, ລວມມີ 44 ກົນໄກ, ນະໂຍບາຍໃນ 7 ຂົງເຂດຮອບດ້ານພໍສົມຄວນ. ໃນຈຳນວນນີ້, ມີ 27 ນະໂຍບາຍໃໝ່, ສະເພາະທີ່ນຳໃຊ້ຢູ່ນະຄອນ ໂຮ່ຈີມິນ ດ້ວຍຈິດໃຈແກ້ໄຂຮົ້ວກີດຂວາງຢ່າງສຸດຂີດ, ອະນຸຍາດໃຫ້ນະຄອນ ໂຮ່ຈີມິນ ໄດ້ນຳໃຊ້ບັນດາລະບອບລະບຽບການ, ນະໂຍບາຍບຸກທະລຸ ແນໃສ່ສ້າງເງື່ອນໄຂສ້າງບາດກ້າວພັດທະນາບຸກທະລຸ ເພື່ອປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດຂອງເຂດເສດຖະກິດເປັນກຳລັງໜູນ ແລະ ທົ່ວປະເທດໃຫ້ເປັນຢ່າງດີກວ່າ. ທ່ານ ເລວັນທູ ກໍ່ຕອບຂໍ້ຂ້ອງໃຈຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ທີ່ກ່ຽວຂ້ອງເຖິງນະໂຍບາຍສົ່ງເສີມພໍ່ແມ່ປະຊາຊົນລົງທຶນຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ