ແຈ້ງ​ການ​ກອງ​ປະ​ຊຸມ​ຄັ້ງ​ທີ 6 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

(VOVWORLD) -ໂດຍປະຕິບັດຕາມລາຍການເຮັດວຽກຂອງທັງສະໄໝ, ນັບແຕ່ວັນທີ 3 ຕຸລາ 2022 ຫາວັນທີ 9 ຕຸລາ 2022, ຢູ່ນະຄອນຫຼວງ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ຈັດກອງປະຊຸມຄັ້ງທີ 6 ເພື່ອພິຈາລະນາ, ປຶກສາຫາລື, ປະກອບຄຳເຫັນໃສ່ໃບສະເໜີ, ແຜນຮ່າງ, ບົດລາຍງານຂອງກົມການເມືອງ ທີ່ກ່ຽວຂ້ອງເຖິງບາງບັນຫາໃຫຍ່, ພື້ນຖານ ແລະ ສຳຄັນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານ ແລະ ມີບົດກ່າວຄຳເຫັນສຳຄັນໃນວາລະໄຂ ແລະ ປິດກອງປະຊຸມ.
ແຈ້ງ​ການ​ກອງ​ປະ​ຊຸມ​ຄັ້ງ​ທີ 6 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນສຳຄັນໃນວາລະປິດກອງປະຊຸມ (ພາບ: TTXVN)

ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືຢ່າງລອບຄອບຖີ່ຖ້ວນ, ປະກອບຫຼາຍຄຳເຫັນຢ່າງເລິກເຊິ່ງ, ລະອຽດ, ຮອບດ້ານໃສ່ບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2022; ແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດປີ 2023; ແຜນງົບປະມານແຫ່ງລັດ ໄລຍະ 3 ປີ 2023 – 2025; ແຜນດັດປັບເງິນເດືອນ, ເງິນບຳນານ, ເງິນອຸດໜູນປະກັນສັງຄົມ ແລະ ເງິນອຸດໜູນສຳລັບຜູ້ມີຄຸນງາມຄວາມດີໃນປີ 2023.

        ທາງສູນກາງກໍຖືແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ແມ່ນໜ້າທີ່ທາງດ້ານການເມືອງທີ່ສຳຄັນທີ່ສຸດ ແລະ ມີຄວາມໝາຍຍຸດທະສາດ, ພື້ນຖານ, ຍາວນານ.

        ຄະນະບໍລິຫານງານສູນກາງພັກຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຂອງ 15 ປີແຫ່ງການປະຕິບັດມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ X (ປີ 2007) ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່ວິທີການນຳພາຂອງພັກສຳລັບການເຄື່ອນໄຫວຂອງລະບົບການເມືອງ (ມະຕິສະບັບເລກທີ 15). ພ້ອມດຽວກັນນັ້ນ, ກໍປະກອບຄຳເຫັນກ່ຽວກັບວຽກງານບຸກຄະລາກອນ ເພື່ອໃຫ້ກົມການເມືອງຕົກລົງສະເໜີຕໍ່ສະພາແຫ່ງຊາດເລືອກຕັ້ງ, ໃຫ້ສັດຕະຍາບັນຕຳແໜ່ງຕ່າງໆໃນກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ