ແຈ້ງ​ການ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ສະ​ພາບ​ການ​ສຸ​ຂະ​ພາບ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) - ວັນທີ 18 ມິຖຸນາ, ກົມການເມືອງ ໄດ້ອອກແຈ້ງການໃຫ້ຮູ້ວ່າ: ໄລຍະຜ່ານມາ, ຕາມຄຳຮຽກຮ້ອງຂອງສະພາວິຊາສະເພາະຮັກສາສຸຂະພາບຂອງພະນັກງານສູນກາງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທັງບໍລິຫານວຽກງານ, ທັງປິ່ນປົວ, ຮັກສາສຸຂະພາບ.

 ກົມການເມືອງ, ຄະນະເລຂາ, ບັນດາການນຳຫຼັກແຫຼ່ງ ແລະ ຜູ້ປະຈຳການຄະນະເລຂາ ໄດ້ຊີ້ນຳໂດຍກົງບັນດາອົງການວິຊາສະເພາະສຸມໃສ່ລະດົມຖັນແຖວສາດສະດາຈານ, ທ່ານໝໍ, ພະນັກງານການແພດ, ນັກຊ່ຽວຊານແຖວໜ້າຂະແໜງ ແລະ ທຸກເງື່ອນໄຂສະດວກທີ່ສຸດເພື່ອປິ່ນປົວ, ເບິ່ງແຍງສຸຂະພາບໃຫ້ແກ່ທ່ານເລຂາທິການໃຫຍ່. ໄລ່ມາຮອດປັດຈຸບັນ, ຍ້ອນຄຳຮຽກຮ້ອງຕ້ອງສືບຕໍ່ໃຫ້ບຸລິມະສິດສະຫງວນເວລາເພື່ອໃຫ້ທ່ານເລຂາທິການໃຫຍ່ສຸມໃສ່ປິ່ນປົວສຸຂະພາບຢ່າງຕັ້ງໜ້າ ແລະ ເພື່ອຮັບປະກັນວຽກງານບໍລິຫານລວມຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ, ອີງໃສ່ກົດລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາຊຸດທີ XIII, ກ່ອນອື່ນໝົດ ກົມການເມືອງມອບໃຫ້ທ່ານ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດ ບໍລິຫານວຽກງານຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາຕາມຄວາມຮັບຜິດຊອບ, ສິດອຳນາດໂດຍກົມການເມືອງໄດ້ກຳນົດໄວ້.

        ກົມການເມືອງຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ເດັດດ່ຽວເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ, ການຄຸ້ມຄອງຂອງລັດ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ, ຮ່ວມແຮງຮ່ວມໃຈ, ສືບຕໍ່ເສີມຂະຫຍາຍບັນດາໝາກຜົນ, ຜົນງານສຳຄັນ, ຮອບດ້ານເຊິ່ງປະເທດບັນລຸໄດ້, ມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດບັນດາເປົ້າໝາຍເຊິ່ງກອງປະຊຸມໃຫຍ່ທົ່ວພັກຄັ້ງທີ XIII ໄດ້ວາງອອກໃຫ້ເປັນຢ່າງດີ.

       ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ