ແຈ້ງການພິເສດ

(VOVWORLD) - ໂດຍໄດ້ປະຕິບັດງານເປັນເວລາເກືອບ 60 ປີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະກອບສ່ວນໃຫຍ່ຫຼວງຫຼາຍຢ່າງ, ດີເລີດພິເສດຕໍ່ພາລະກິດປະຕິວັດທີ່ສະຫງ່າອົງອາດຂອງພັກ ແລະ ຂອງຊາດ.
ແຈ້ງການພິເສດ - ảnh 1 (ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ)

ຄະນະບໍລິການຫານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ, ລັດຖະບານແຫ່ງ ສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄອບຄົວຂໍແຈ້ງຂ່າວວ່າ:

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ, ເກີດວັນທີ 14 ເດືອນ ເມສາ 1944; ບ້ານເກີດ: ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ, ນະຄອນ ຮ່າໂນ້ຍ. ອາໄສຢູ່ເຮືອນເລກທີ 5, ຖະໜົນ ທ່ຽນກວາງ, ຕາແສງ ຫງວຽນຢູ, ເມືອງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ.

   ທ່ານໄດ້ເລີ່ມປະຕິບັດງານແຕ່ປີ 1967; ເຂົ້າເປັນສະມາຊິກພັກກອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1967. ກຳມະການຄະນະບໍລິຫານງານສູນກາງພັກ, ບັນດາຊຸດທີ VII, VIII, IX, X, XI, XII, XIII; ກຳມະການກົມການເມືອງບັນດາຊຸດທີ VIII, IX, X, XI, XII, XIII; ເຂົ້າຮ່ວມຄະນະປະຈຳກົມການເມືອງຊຸດທີ VIII; ປະທານສະພາແຫ່ງ ສສ.ຫວຽດນາມ ຊຸດທີ XI, XII; ເລຂາທິການໃຫຍູ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ບັນດາຊຸດທີ XI, XII, XIII; ປະທານປະເທດອາຍຸການ 2016 – 2021, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ; ເລຂາຄະນະພັກການທະຫານສູນກາງ; ກຳມະການຄະນະປະຈຳຄະນະພັກຕຳຫຼວດສູນກາງ; ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້. ສະມາຊິກສະພາແຫ່ງຊາດຊຸດທີ XI, XII, XIII, XIV, XV.

 ພາຍຫຼັງຕິດພະຍາດມາເປັນໄລຍະໜຶ່ງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດໃຈ ຈາກພັກ, ລັດ, ໝູ່ຄະນະສາດສະດາຈານ, ແພດໝໍແຖວໜ້າຂະແໜງ ແລະ ໄດ້ຮັບການເບິ່ງແຍງຢ່າງສຸດໃຈຈາກຄອບຄົວກໍຕາມ, ແຕ່ຍ້ອນອາຍຸສູງ, ອາການເຈັບໜັກ, ທ່ານເລຂາທິການໃຫຍ່ ໄດ້ເຖິງແກ່ມໍລະນະກຳໃນເວລາ 13 ໂມງ 38 ນາທີ ຂອງວັນທີ 19 ກໍລະກົດ 2024 (ກົງກັບວັນທີ 14 ມິຖຸນາ ປີມະຣົງ - ໄລ່ຕາມຈັນທະປະຕິທິນ) ທີ່ໂຮງໝໍສູນກາງກອງທັບ 108, ຮ່າໂນ້ຍ, ລວມອາຍຸ 80 ປີ.

    ໂດຍໄດ້ປະຕິບັດງານເປັນເວລາເກືອບ 60 ປີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະກອບສ່ວນໃຫຍ່ຫຼວງຫຼາຍຢ່າງ, ດີເລີດພິເສດຕໍ່ພາລະກິດປະຕິວັດທີ່ສະຫງ່າອົງອາດຂອງພັກ ແລະ ຂອງຊາດ. ພັກ, ລັດໄດ້ມອບຫຼຽນໄຊດາວຄຳ, ຫຼຽນກາ 55 ປີອາຍຸພັກ ແລະ ຫຼາຍຫຼຽນໄຊ, ຫຼຽນກາ ອັນສູງສົ່ງອື່ນໆຈາກພັກ, ລັດ ຫວຽດນາມ ແລະ ສາກົນ.

    ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລ່ວງລັບໄປ, ແມ່ນຄວາມສູນເສຍຢ່າງໃຫຍ່ຫຼວງຕໍ່ພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວຂອງທ່ານ.ເພື່ອສະແດງຄວາມເສົ້າສະຫຼົດໃຈທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ.ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ, ລັດຖະບານແຫ່ງ ສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມຕົກລົງຈັດງານສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕາມພີທີລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ