ແຈ້ງການວາລະປະຊຸມຄັ້ງທີ 8 ຄະນະປະຈຳສະພາແຫ່ງຊາດ

ແຈ້ງການວາລະປະຊຸມຄັ້ງທີ 8 ຄະນະປະຈຳສະພາແຫ່ງຊາດ - ảnh 1
ວາລະປະຊຸມຄັ້ງທີ 8 ຄະນະປະຈຳສະພາແຫ່ງຊາດຊຸດທີ 13
(ພາບ: gdtd.vn)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 4 ​ - 5/5,​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ວຫວຽດນາມ ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງ​ທີ 8 ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung. ​ເຂົ້າ​ຮ່ວມ​ວາລະ​ປະຊຸມ, ມີ​ຜູ້​ຕາງ​ໜ້າ​ຜູ້​ປະຈຳການ​ສະພາ​ຊົນ​ເຜົ່າ, ບັນດາ​ກຳ​ມະ​ທິການ​ຂອງ​ສະພາ​ແຫ່ງ​ຊາດ, ຜູ້​ຕາງໜ້າ​ການ​ນຳ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ຈຳ​ນວນ​ໜຶ່ງ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ເຕີມ​ບາງ​​ໂຄງການໃໝ່ ທີ່​ຍັງ​ບໍ່​ທັນ​ມີ​ໃນ​ບັນຊີ​ລາຍ​ຊື່ກຳນົດ ​ແລະ ​ໂຄງການທີ່​ມີ​ການ​ດັດປັບ​​ຂອບ​ຂະໜາດ: ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​​ໂດຍ​ພື້ນຖານ ກັບ​ຂໍ້​ສະ​​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ເພີ່ມ​ເຕີມ 4 ​ໂຄງການ​ໃໝ່,  5 ​ໂຄງການພາກສ່ວນ​ທີ່​ຂື້ນ​ກັບ​ໂຄງການ​​ທາງແຄມ​ທະ​ເລ​ແຂວງ ນິນ​ທ້ວນ ​ເຂົ້າບັນຊີ​ລາຍ​ຊື່​ບັນດາ​ໂຄງການ, ກິດຈະກຳ ​ໄດ້​ຈັດ​ແບ່ງ​ທຶນ​ຈາກ​ພັນທະບັດ​ລັດຖະບານ​ໄລຍະ 2012 – 2015. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ລັດຖະບານ​ກ່ຽວ​ກັບ​ການ​ແຈກ​ຢາຍ​ຈຳນວນ​ເງິນ 5.500 ຕື້​ດົ່ງ​​ຈາກ​ພັນທະບັດ​ລັດຖະບານ ​ໃຫ້​ແກ່ 19 ​ໂຄງການ​ທີ່​ຂຶ້ນ​ກັບ​ຂົງ​ເຂດ​ຊົນລະປະທານ​ໃຫຍ່​​ຢູ່​ບັນດາ​ແຂວງ​ເຂດ​ພູດ​ອຍທາງ​ພາກ​ເໜືອ, ພາກ​ກາງ ​ແລະ ​ໄຕ​ງວຽນ, ​ໃຫ້ຄຳ​ເຫັນ​ກ່ຽວ​ກັບ​ຈຸດໝາຍ, ໜ້າ​ທີ່, ​ເວລາ​ປະຕິບັດ ​ແລະ ​ແຫຼ່ງກຳລັງ​ລະອຽດ ຂອງ​ບັນ​ດາ​ໂຄງການ​ພາກສ່ວນ ທີ່​ຂຶ້ນ​ກັບ​ແຕ່ລະ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2012 – 2015. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ​້​ເຫັນ​ດີ​ໂດຍ​ພື້ນຖານ​ກັບ​ວິທີ​ຈັດ​ແບ່ງ​ຈຳນວນ​ເສດ​ໃນ​ແຜນ​ລາຍ​ຈ່າຍ​ງົບປະມານ​ສູນ​ກາງ​ ​ແລະ ​ເງິນ​ເຫຼືອ​ຈາກ​ລາຍ​ຮັບງົບປະມານ​ສູນ​ກາງ ປີ 2011, ສະ​ເໜີ​​ດັດ​ປັບ​ການ​ຈັດ​ແບ່ງສຳລັບ​ຈຳນວນ​ເງິນ​ໜູນ​ຊ່ວຍ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ປັບປຸງ​ເຮືອ​ນຢູ່. ​ແລະ​ກໍ​ຢູ່​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະກຽມກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຊຸດ​ທ 13, ​ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ​ການ​ປະຕິວັດ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ ບຸກຄະລາ​ກອນ.

ຂ່າວ/ບົດ​ອື່ນ