ແຈ້ງການສື່ມວນຊົນວາລະອັດກອງປະຊຸມຄັ້ງທີ 12 ສູນກາງພັກຊຸດທີ 11



ແຈ້ງການສື່ມວນຊົນວາລະອັດກອງປະຊຸມຄັ້ງທີ 12 ສູນກາງພັກຊຸດທີ 11 - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ​ຊຸດ​ທີ 11 ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 11/10


(vovworld) –  ​​ ກອງ​ປະຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ​ຊຸດ​ທີ 11 ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 11/10 ຢູ່​ຮ່າ​ໂນ້ຍ. ​ໃນ​ຕອນ​ເຊົ້າ​ວັນ​ທີ 11/10 ສູນ​ກາງ​ພັກ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ ​​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິກ ຫວຽດນາມ ຫງຽນຟູ​ຈ້ອງ. ຕອນ​ບ່າຍ​ວັນ​ດຽວ​ກັນ ສູນ​ກາງ​ພັກ ​ໄດ້​ດຳ​ເນີນ​ວາລະ​ອັດ​ກອງ​ປະຊຸມ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ເຈືອງ​ເຕີ໋ນຊາງ ກຳມະການ​ກຳມການ​ເມືອງ, ປະທານ​ປະ​ເທດ ຫວຽດນາມ. ທີ່​ວາລະ​ອັດ​ກອງ​ປະຊຸມ ທ່ານ ຫງວຽນ​ເຕີ໋ນຢຸງ ກຳມະການ​ກຳມການ​ເມືອງ ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ກົມ​ການ​ເມືອງ ອະພິ​ປາຍ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ສະ​ພາບ​ເສດຖະກິດ - ສັງຄົມ, ງົບປະມານ​ແຫ່ງ​ລັດ​ປີ 2015 ​ແລະ ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ, ​ແຜນ​ງົບປະມານ​​ແຫ່ງ​ລັດ​ປີ 2016, ທ່ານ ຫງວຽນຊິງ​ຮຸ່ງ ກຳມະການ​ກຳມການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ກົມ​ການ​ເມືອງ ອະພິປາຍ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ແຜນ​ຮ່າງ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ ອາຍຸ​ການ 2016 – 2021. ສູນ​ກາງ​ພັກ​ໄດ້​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຮັບ​ເອົາ​ຄຳ​ເຫັນ, ອະພິປາຍ​ຂອງ​ກົມ​ການ​ເມືອງ, ຮັບຮອງ​ເອົາ​ມະຕິ​​ ກອງ​ປະຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ​ຊຸດ​ທີ 11 . ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິກ ຫວຽດນາມ ຫງຽນຟູ​ຈ້ອງ ໄດ້​ກ່າວ​ອັດ​ກອງ​ປະ​ຊຸມ.
   

ຂ່າວ/ບົດ​ອື່ນ