ແຈ້ງການຮ່ວມມືຫວຽດນາມ - ອາກຊັງຕິນ

(VOVWORLD) -ເນື່ອງໃນໂອກາດທ່ານປະທານາທິບໍດີສ.ອາກຊັງຕິນ Mauricio Macri ຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ຕາມຄຳເຊື້ອເຊີນຈາກທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ວັນທີ 21 ກຸມພາ, 2 ຝ່າຍໄດ້ອອກແຈ້ງການຮ່ວມຫວຽດນາມ - ອາກຊັງຕິນ.
ແຈ້ງການຮ່ວມມືຫວຽດນາມ - ອາກຊັງຕິນ - ảnh 1 (ການນຳ 2 ປະເທດ ສະແດງໃຫ້ເຫັນຄວາມເພິ່ງພໍໃຈກ່ຽວກັບການພົວພັນລະຫວ່າງ 2 ປະເທດ)

 ຕາມແຈ້ງການຮ່ວມແລ້ວ, ການນຳ 2 ປະເທດ ສະແດງໃຫ້ເຫັນຄວາມເພິ່ງພໍໃຈກ່ຽວກັບການພົວພັນເຊິ່ງ 2 ຝ່າຍບັນລຸໄດ້ໃນຂົງເຂດເສດຖະກິດ, ການຄ້າ ແລະ ເຫັນດີນຳກັນສືບຕໍ່ມານະພະຍາຍາມກວ່າອີກ ເພື່ອແນໃສ່ເພີ່ມທະວີ ແລະ ຫັນການແລກປ່ຽນເສດຖະກິດ, ການຄ້າເປັນຫຼາຍຮູບຫຼາຍແບບ, ສ້າງຄວາມດຸນດຽງດ້ານຜົນປະໂຫຍດຂອງທັງ 2 ຝ່າຍ.

        ການນຳ 2 ທ່ານໄດ້ເຫັນດີນຳກັນສືບຕໍ່ຊຸກຍູ້ການທ່ອງທ່ຽວ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ ແລະ ປະກອບສ່ວນຍົກສູງຄວາມຮູ້ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນ 2 ປະເທດ, ຊົມເຊີຍເລື່ອງ 2 ປະເທດພິຈາລະນານຳໃຊ້ບາງມາດຕະການເພື່ອແນໃສ່ສ້າງຄວາມສະດວກໃຫ້ການເຂົ້າເມືອງຂອງພົນລະເມືອງ 2 ປະເທດ.

        ການນຳ 2 ທ່ານສະແດງຄວາມສົນໃຈເຖິງການຮ່ວມມືໃນການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ; ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດ.

        ເພື່ອແນໃສ່ປັບປຸງ ແລະ ເປີດກວ້າງການພົວພັນດ້ານວັດທະນະທຳ, ການນຳ 2 ທ່ານໄດ້ເຫັນດີຊຸກຍູ້ໂຄງການແລກປ່ຽນວັດທະນະທຳໄລຍະ 2019 – 2023; ພ້ອມທັງຊຸກຍູ້ການຜັນຂະຫຍາຍບົດບັນທຶກຊ່ວຍຈຳຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະ ລະບົບສື່ສານ ແລະ ພະຫະນະສື່ມວນຊົນ ສ.ອາກຊັງຕິນ. 2 ຝ່າຍກໍ່ເປັນເອກະພາບນຳກັນສົ່ງເສີມການຮ່ວມມືໃນຂົງເຂດກິລາ ແລະ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືໃນບັນດາເຫດການກິລາສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ