ແຈ້ງການຮ່ວມລະຫວ່າງ ສສ ຫວຽດນາມ ແລະ ສາທາລະນະລັດປະຊາຊົນ ບັງກະລາເທດ

ແຈ້ງການຮ່ວມລະຫວ່າງ ສສ ຫວຽດນາມ ແລະ ສາທາລະນະລັດປະຊາຊົນ ບັງກະລາເທດ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 4/11, ນາຍົກລັດຖະມົນຕີສາທາລະນະ​ລັດ​ປະຊາຊົນ ບັງ​ກະລາ​ເທດ, ທ່າ​ນນາງ Sheikh Hasina ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 2 – 4/11/2012. ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ​ແລະ ບັງ​ກະລາ​ເທດ ​ໄດ້​ອອກ​ແຈ້ງ​ການ​ຮ່ວມ. ​ເຊິ່ງຕາມ​ນັ້ນ​ແລ້ວ, ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ປ້ອງ​ກັນຊາ​ດ ປ້​ອງກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ຖະ​ແຫຼ​ງຂ່າວ - ສື່ສານ ​ແລະ ກະສິກຳ​​ໃຫ້​ດີ​ຍິ່ງກວ່າ​ອີກ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 2 ຄະນະ​ກຳມະການປະສົມ​ຫວຽດນາມ - ບັງ​ກະລາ​ເທດ ​ແລະ ການ​ສຳ​ຫຼວດດ້ານ​ການ​ເມືອງ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຄັ້ງ​ທີ 1 ​ເພື່ອ​ກວດກາ ​ແລະ ວາງ​ອອກ​ທິດ​ທາງ​ຮ່ວມມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ໂດຍ​ໄວ. ສອງ​ຝ່າຍ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຜ່ານ​ການ​ແລກປ່ຽນຄະນະຜູ້​ແທນ​​ໃນ​​ທຸກ​ຂັ້ນ, ​ແລກປ່ຽນ​ບົດ​ຮຽນ​ທີ່​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ຮ່ວມ​ມື​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຂ້າມຊາດ ​ແລະ ການຄ້າ​ມະນຸດ.

ຂ່າວ/ບົດ​ອື່ນ