ແຈ້ງການຮ່ວມຫວຽດນາມ-ຈີນ

ແຈ້ງການຮ່ວມຫວຽດນາມ-ຈີນ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ
​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງ)

(vovworld) - ເນື່ອງ​ໃນ​ໂອ​ກາດ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຢ້ຽມ​ຢາມ​ປະ​ເທດສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ຢ່າງ​ເປັນ​​ທາງ​ການ, ໃນ​ລະ​ຫວ່າງວັນ​ທີ 10 – 15/09. ວັນ​ທີ 14/09, 2 ປະ​ເທດ​ໄດ້​ອອກ​​ແຈ້ງ​ການ​ຮ່ວມ​ຫວຽດ​ນາມ - ຈີນ. ແຈ້ງກ​ານ​ຊີ້​ແຈ້ງວ່າ: ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ​ຈີນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​​ຊວງ​ຟຸກ ໄດ້​ມີ​ການ​ພົບ​ປະ​ກັບ​​ບັນ​ດາການ​ນຳ​ ຂອງ​ຈີນ, ເຂ​ົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ຈີນ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ - ອາ​ຊຽນ ຄັ້ງ​ທີ 13…

        ທີ່​ບັນ​ດາ​ການ​ພົບ​ປະຄັ້ງ​ຕ່າງໆ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ຄຳ​ເຫັນ ແລະ ບັນ​ລຸ​ໄດ້​ຄວາມ​ຮັບ​ຮູ້​ລວ​ມ​​​ຢ່າງ​ກ້​ວາງ​ຂວາງກ່ຽວ​ກັບເລື່ອງ​ເຮັດ​ໃຫ້​ການ​ພົວ​ພັນ​ຄ່​ູ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ຈີນ ​ເລິກ​ເຊິ່ງ, ກວ້າງ​ຂວາງກວ່າ ໃນ​ສະ​ພາບ​ການ​ໃໝ່, ກໍ​ຄື​ກ່​ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ຈະຢືດ​ໝັ້ນ​ເຄົາ​ລົບ​ເຊິ່ງ​ກັນ​ ແລະ ກັນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​​ຍ​ຸດ​ທະ​ສາດ, ເພີ່ມ​ທະ​ວີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເຮັດ​ໃຫ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ເລິກ​ເຊິ່ງ​ກວ່າ, ຄວບ​ຄຸມ ແລະ ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຄັດ​ທີ່​ຍັງ​ຄົງ​ຄ້າງ​ຢ່າງ​ສົມ​ເຫດ​ສົມ​ຜົນ ແລະ ບັນ​ດາ​ບັນ​ຫາ​ເກີ​ດ​ຂຶ້ນ… 2 ຝ່າຍ​ເຫັນ​ດີ​ຮັກ​ສາ​ການ​ພົບ​ປະ​ທີ່​ເປັນ​ມູ​ນ​ເຊື້ອລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ລັດ. 2 ຝ່າຍ ເຫັນ​ດີ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຜົນ​ປະ​ໂຫຍດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ 2 ຝ່າຍ​ສືບ​ຕໍ່​ໄດ້​ຮັບ​ການພັດ​ທະ​ນາ​​ເປັນ​ປົກ​ກະ​ຕິ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ 2 ປະ​ເທດ. 2 ຝ່າຍ​ໄດ້​ແລກ​ປ່ຽນ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນ​ຫາ​ບົນ​ທະ​ເລ, ເຫັນ​ດີ​ສືບ​ຕໍ່ເຄົາ​ລົບ​ຄວາມ​ຮັບ​ຮູ້​ລວມ​ສຳ​ຄັນ​ເຊິ່ງ​ການ​ນຳ​ຂັ້ນ​ສູງ​ລະ​ຫວ່າງ 2 ​ພັກ, 2 ລັດບັນ​ລຸ​ໄດ້, “ຂໍ້​ຕົກ​ລົງກ່ຽວ​ກັບ​ບັນ​ດາ​ຫຼັກ​ກາ​ນ​ພື້ນ​ຖານ​ຊີ້​ນຳ​ການ​ແກ້​ໄຂ​​ບັນ​ຫາ​ບົນ​ທະ​ເລ​ຫວຽດ​ນາມ - ຈີນ”, ນຳ​ໃຊ້​ກົນ​ໄກ​ເຈ​ລະ​ຈາຂັ້ນ​ລັດ​ຖະ​ບານ​ກ່ຽວ​ກັບ​ເຂດ​ຊາຍ​ແດນ​ຫວຽດ​ນາມ - ຈີນ, ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ໂດ​ຍ​ພື້ນ​ຖານ​ ແລະ ຍາວ​ນານ​ເຊິ່ງ 2 ຝ່າຍ​ສາ​ມາດ​ຮັບ​ຮູ້​ໄດ້​.

ນອກນັ້ນ, ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມຈີນ, 2 ຝ່າຍ​ກໍ່ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມືຫວຽດ​ນາມ - ຈີນ​ ​ຫຼາຍ​ສະ​ບັບ​ອີກດ້ວຍ.

ຂ່າວ/ບົດ​ອື່ນ