ແຈ້ງຂ່າວວາລະປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດ

ແຈ້ງຂ່າວວາລະປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດ - ảnh 1
ວາລະປະ​ຊຸມ​ຄັ້ງ​ທີ 10 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
( ພາບ: baohaiquan.vn )

(vovworld) -     ວັນ​ທີ 22/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຊຸດ​ທີ 13 ​ໄດ້​ອອກ​ແຈ້ງ​ຂ່າວ​ໂດຍ​ໃຫ້​ຮູ້​ວ່າ ວາລະປະຊຸມ​ທີ 13 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ​ໄດ້ດຳ​ເນີນ​ໄປ​ລະຫວ່າງ​ວັນ​ທີ 13 – 22/8/2012 ຢູ່​ທີ່​ຮ່າ​ໂນ້ຍ. ທີ່​ວາລະ​ປະຊຸມ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື, ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​​ໃຫ້ຮ່າງກົດໝາຍ​ 5 ສະບັບທີ່​ຍືນ​ສະ​ເໜີສະພາ​ແຫ່ງ​ຊາດ​ພິຈາລະນາ, ຮັບຮອງ​ເອົາ​ຢູ່​ທີ່​ກອງ​ປະຊຸມ​ຄັ້ງ​ທີ 4, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13​ນັ້ນແມ່ນ; ກົດໝາຍ​ວ່າ​ດ້ວຍ​ການ​ສະ​ສົມ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍນະ​ຄອງ​ຫຼວງ,  ກົດໝາຍ​ວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ); ກົດໝາຍ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ໄຟ​ຟ້າ; ກົດໝາຍ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍທະນາຍຄວາມ; ກົດໝາຍ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍການຄຸ້ມ​ຄອງ​ພາສີ​ອາກອນ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ສະ​ເໜີ​ອົງການເຈົ້າ​ພາບ​ກວດກາ​ສົມທົບ​ກັບ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ ​ແລະ ອົງການ​ທີ່​ກ່ຽວຂ້ອງຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ສືບ​ຕໍ່​ປັບປຸງບັນດາ​ບົດ​ລາຍ​ງານ​ຮັບຮອງ, ດັດ​ປັບ ​ແລະ ​​ຮ່າງ​ຂອງກົດໝາຍ​ເຫຼົ່າ​ນັ້ນ​ຖຶກ​ສົ່ງ​ເຖິງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຕາມ​ຂໍ້​ກຳນົດ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ​ປະກອບ​ຄຳ​ເຫັນ​ໃຫ້ຮ່າງ​ກົດໝາຍ 4 ສະບັບ​ທີ່ຍື່ນສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ທີ່ສະ​ໄໝປະຊຸມຄັ້ງ​ທີ 4 ນັ້ນ​ແມ່ນ​ຮ່າງ​ກົດໝາຍວ່າ​ດ້ວຍໄກ​ເກ່ຍຂັ້ນ​ຮາກ​ຖານ; ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ ​ແລະ ຫຼຸດຜ່ອນ​ໄພ​ທຳ​ມາ​ຊາດ, ຮ່າງ​ກົດໝາຍ​ວ່າ​ດ້ວຍກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ; ຮ່າງ​ກົດໝາຍວ່າ​ດ້ວຍການ​ສຶກສາ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບບົດ​ລາຍງານ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ຂຸດ​ຄົ້ນ​ແຮ່​ທາ​ດ ຕິດ​ພັນ​ກັບການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທີ່​ວາລະປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງສະມາ​ຊິກ​ສະພາ​ແຫ່ງ​ຊາດສຳລັບລັດຖະມົນຕີ ​ແລະ ຫົວໜ້າ​ຂະ​ແໜງ 3 ທ່ານ​ເຊິ່ງລວມມີ; ລັດຖະມົນຕີກະຊວງ​​ແຮງ​ງານ​, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ; ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແລະ ຫົວໜ້າ​ອົງການ​ກວດກາ​ລັດຖະບານ. ສິ້ນ​ສຸດ​ວາລະປະຊຸມ​ຄັ້ງ​ທີ 10 ​ແລະ ສິ້ນ​ສຸດ​ວາລະ​ຊັກ​ຖາມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ມີ​ຂໍ້​ສະຫຼຸບກ່ຽວກັບ​ບາງ​ເນື້ອ​ໃນ, ​ໃນ​ນັ້ນ​ສຸມ​ໃສ່​ມອບ​ໜ້າ​ທີ່​ໃຫ້​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສົງ​ຄົມຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແລະ ຫົວໜ້າ​ອົງການ​ກວດກາ​ລັດຖະບານຫວຽດນາມ ຕັ້ງໜ້າ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ເອົາ​ໃຈ​ໃສ່.

ຂ່າວ/ບົດ​ອື່ນ