ແຍກ​ຕົວ​ທົ່ວ​ສັງ​ຄົມໝາຍ​ຄວາມ​ວ່າ ຮັກ​ສາການແຍກຫ່າງທາງສັງຄົມ

(VOVWORLD) -ໃນຊຸມວັນທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ໄດ້ປະກາດບັນດາຄຳສັ່ງເລກທີ 15, 16 ວ່າດ້ວຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ, ໄດ້ຕັ້ງບັນຫາກ່ຽວກັບການແຍກຫ່າງທາງສັງຄົມ. 
ແຍກ​ຕົວ​ທົ່ວ​ສັງ​ຄົມໝາຍ​ຄວາມ​ວ່າ ຮັກ​ສາການແຍກຫ່າງທາງສັງຄົມ - ảnh 1ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ (ພາບ: VGP) 

ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 2 ເມສາ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ໂຄສົກຂອງລັດຖະບານໃຫ້ຮູ້ວ່າ ທີ່ກອງປະຊຸມລັດຖະບານນັດສະມັນທີ່ຫາກໍ່ດຳເນີນໄປນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ການແຍກຫ່າງທາງສັງຄົມແມ່ນກໍລະນີນິຕິກຳບໍ່ຜິດກົດໝາຍເພື່ອປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນ. ການແຍກຫ່າງທາງສັງຄົມໝາຍຄວາມວ່າຮັກສາໄລຍະຫ່າງໃນສັງຄົມເພື່ອຮັບມືກັບກໍລະນີອັນຕະລາຍ, ການແຜ່ລາມຂອງໂລກລະບາດ, ຮັກສາໄລຍະຫ່າງ ລະຫວ່າງ ຄົນກັບຄົນ, ປະຊາຄົມ ກັບ ປະຊາຄົມ, ບໍ່ແມ່ນການຫ້າມບໍ່ໃຫ້ມີການຈະລາຈອນ, ຍັງບໍ່ແມ່ນການປິດລ້ອມສັງຄົມເທື່ອ. ສິ່ງສຳຄັນແມ່ນຮັບປະກັນຄວາມປອດໄພໃຫ້ແກ່ຜູ້ອອກແຮງງານ.

ໃນສະພາບການນັ້ນ, ຍັງຄົງຕ້ອງຮັກສາການຜະລິດ, ຈະລາຈອນສິນຄ້າຢ່າງປອດໄພ, ເປັນຕົ້ນແມ່ນບັນດາສິນຄ້າທີ່ຈຳເປັນ, ອຸປະກອນການແພດ, ສິນຄ້າສົ່ງອອກ, ຮັກສາການສົ່ງອອກຜ່ານທາງທະເລ, ທາງບົກໃຫ້ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ