ແຍກຕົວຜູ້ໂດຍ 2 ຄົນ ເປັນໄຂ້ທີ່ມາຈາກເຂດເກີດໂລກລະບາດ Ebola

ແຍກຕົວຜູ້ໂດຍ 2 ຄົນ ເປັນໄຂ້ທີ່ມາຈາກເຂດເກີດໂລກລະບາດ Ebola - ảnh 1
ແຍກ​ຕົວ​ຜູ້​ໂດຍ 2 ຄົນ​ ​ເປັນ​ໄຂ້ທີ່ມາ​ຈາກ​ເຂດ​ເກີດ​ໂລກລະບາດ Ebola
(ພາບປະກອບ)


(vovworld) – ຜູ້​ໂດຍສານ Nigeria 2 ຄົນ​ເປັນ​ໄຂ້ຖືກ​ສົງ​ໄສ​ວ່າ​ຕິດໄວ້ຣັດ Ebola ​ເຂົ້າ​ເມືອງ​ຫວຽດນາມ ຢູ່​ສະໜາມ​ບິນ ​ເຕີນ​​ເຊີນ​ເຍິດ, ນະຄອນ​ໂຮ່ຈິ​ມິນ ​ໃນ​ວັນ​ທີ 19/08, ​ໃນ​ຖ້ຽວ​ບິນ QR 964 ຂອງ​ບໍລິສັດ​ການບິນ Quatar Airway, ບິນ​ຈາກ Quatar ​ເຖິງ​ຫວຽດນາມ. ຕາມ​ອົງການ​ກ່ຽວ​ຂ້ອ​ງ​ແລ້ວ, ນອກຈາກ​ເປັນ​ໄຂ້, ຍັງ​ບໍ່​ທັນ​ພົບ​ເຫັນ​ບັນດາອາການ​ອື່ນ​ຈາກ​ 2 ຄົນ​ດັ່ງກ່າວ.

        ​ເພື່ອ​ປະຕິບັດ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຄວບ​ຄຸມໂລກລະບາດ Ebola  ​ແຊກ​ຊຶມ​ເຂົ້າ​ຫວຽດນາມ, ສະຖານ​ບັນ Pasteur ນະຄອນ​ໂຮ່ຈິ​ມິນ ​ແລະ ຂະ​ແໜງ​ສາທາລະນະ​ສຸກ​ນະຄອນ ​ໄດ້​ສົ່ງ​ຜູ້​ໂດຍ​ສານ 2 ຄົນ​ດັ່ງກ່າວ​ເຖິງ​​ບໍລິ​ເວນ​ແຍກ​ຕົວ​ຂອງ​ໂຮງ​ໝໍ​ປິ່ນປົວ​ພະຍາດເຂດ​ຮ້ອນນະຄອນ​​ໂຮ່ຈິ​ມິນ ​ເພື່ອ​ດຳ​ເນີນ​ການ​ຕິດຕາມ​ກວດກາ, ​ເບິ່ງ​ແຍງ​ສຸຂະພາບ​ຕາມ​ຂໍ້​ກຳນົດ. ​ຜູ້​ໂດຍສານ 2 ສົນ​ຖືກ​ເອົາ​ເລືອດ​ເພື່ອ​ວິ​​ໄຈ.

        ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກລະບາດ, ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໄດ້​ສະ​ເຫ​ນີບັນດາ​ຜູ້​ໂດຍສານທີ່​ນັ່ງ​ໃກ້​ກັບ​ຊາວ Nigeria 2 ຄົນ​ດັ່ງກ່າວ​ໃນ​ຖ້ຽວ​ບິນ QR 964 ​ເມື່ອ​ວັນ​ທີ 19/8 ຄວນ​ເປັນ​ເຈົ້າ​ການ​​ໄປ​ຫາ​ບັນດາ​ຮາກ​ຖານ​ສາທາລະນະ​ສຸກ​ເພື່ອ​ໄດ້​ຮັບ​ການ​ແນະນຳ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ພະຍາດ Ebola ​ແລະ ຕິດຕາມ​ສຸຂະພາບ. ບັນຊີ​ລາຍ​ຊື່​ບັນດາ​ຜູ້​ໂດຍສານ​ດັ່ງກ່າວ ກໍ​ຖືກ​ສົ່ງ​ເຖິງ​ບັນດາ​ທ້ອງ​ຖິ່ນ ​ເພື່ອ​ສືບ​ຕໍ່​ຕິດຕາມ​ສຸຂະພາບ​ໃນ​ເວລາ 21 ວັນ.

ຂ່າວ/ບົດ​ອື່ນ