ແຕ່​ງ​ຕັ້ງ 8 ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ

(VOVWORLD) -ທ່ານປະທານປະເທດ ໃຫ້ຮູ້ວ່າ ປີ 2045, ຫວຽດນາມ ສູ້ຊົນໃຫ້ກາຍເປັນປະເທດ ມີລາຍຮັບສູງ, ສະນັ້ນ,  ການພັດທະນາເສດຖະກິດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ໃນເວທີສາກົນ, ຫັນຄວາມຄາດຫວັງຢາກ ມີສັນຕິພາບໃຫ້ປະກົດຜົນເປັນຈິງ ແມ່ນເປັນບຸລິມະສິດແຖວໜ້າ ຂອງ ຫວຽດນາມ.
ແຕ່​ງ​ຕັ້ງ  8 ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ຕ່າງ​ປະ​ເທດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມອບຂໍ້ຕົກລົງແຕ່ງຕັ້ງ  8 ເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ (ພາບ: TTXVN)

ຕອນບ່າຍວັນທີ 14 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຂໍ້ຕົກລົງ ແຕ່ງຕັ້ງ  8 ເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ອາຍຸການ 2021 – 2024 ແລະ ມອບໝາຍໜ້າທີ່ເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳ ຢູ່ພາກພື້ນ ອາຊີ, ຕາເວັນອອກກາງ, ອາບຟຼິກກາ, ທະວີບຊອານີ

 ທ່ານປະທານປະເທດ ໄດ້ສະເໜີໃຫ້ເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ ຕາງໜ້າເສີມຂະຫຍາຍບົດບາດນຳໜ້າໃນການພົວພັນຕ່າງປະເທດ, ລະດົມແຫຼ່ງກຳລັງພາຍນອກເພື່ອຮັບໃຊ້ໃຫ້ແກ່ການພັດທະນາທຸກດ້ານຂອງ ປະເທດຊາດ. ພ້ອມກັນນັ້ນ, ເສີມຂະຫຍາຍ ມູນເຊື້ອ “ການທູດຢ່າງຈິງໃຈ”, ສ້າງຄວາມເຂ້ົາໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຜ່ານນັ້ນຍູ້ແຮງການຮ່ວມມືກັບຄູ່ຮ່ວມມື, ເພື່ອນມິດທີ່ເປັນມູນເຊື້ອຢ່າງໝັ້້ນ ແກ່ນໃນທຸກຂົງເຂດ; ຍາດແຍ່ງເອົາກຳລັງຄວາມສາມາດບ່ົມຊ້ອນຈາກຄູ່ຮ່ວມມືຢ່າງສູດຂີດ, ນຳມາເຊິ່ງຜົນປະໂຫຍດໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ. ທ່ານປະທານປະເທດ ກໍ່ ສະເໜີໃຫ້ ເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຍູ້ແຮງການປະຕິບັດ ຍຸດທະສາດ ການທູດວັກຊິນ, ການທູດການແພດ ເພື່ອມີແຫຼ່ງກຳລັງປ້ອງກັນ, ຕ້ານພະຍາດຢູ່ ພາຍໃນປະເທດ ປະກອບສ່ວນຟື້ນຟູເສດຖະກິດ.

ທ່ານປະທານປະເທດ ໃຫ້ຮູ້ວ່າ ປີ 2045, ຫວຽດນາມ ສູ້ຊົນໃຫ້ກາຍເປັນປະເທດ ມີລາຍຮັບສູງ, ສະນັ້ນ,  ການພັດທະນາເສດຖະກິດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ໃນເວທີສາກົນ, ຫັນຄວາມຄາດຫວັງຢາກ ມີສັນຕິພາບໃຫ້ປະກົດຜົນເປັນຈິງ ແມ່ນເປັນບຸລິມະສິດແຖວໜ້າ ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ