ແຕ່ລະຄອບຄົວຢູ່ເນປານມີຜູ້ເສຍຊີວິດໃນເຫດແຜ່ນດິນໄຫວໄດ້ຮັບການຫນູນຊ່ວຍ1000USD

ແຕ່ລະຄອບຄົວຢູ່ເນປານມີຜູ້ເສຍຊີວິດໃນເຫດແຜ່ນດິນໄຫວໄດ້ຮັບການຫນູນຊ່ວຍ1000USD - ảnh 1
ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ອາດ​ຈະ​ເພີ່ມ​ຂຶ້ນ​ສູງ
ພາບ:nguoiduatin

(vovworld) - ວັນ​ທີ 1/5, ກະ​ຊວງ​ພາຍ​ໃນ ເນ​ປານ ໃຫ້​ຮູ້​ວ່າ: ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 25/4 ຜ່ານ​ມາ ໄດ້​ຂຶ້ນ​ເຖິງ 6204 ຄົນ ແລະ 13.400 ຄົນ​ຖືກ​ຮັບ​ບາດ​ເຈັບ. ນາຍ​ພົນ Gaurav Rana ສັງ​ກັດ​ກອງ​ທັບ ເນ​ປານ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ຈຳ​ນວນ​ຜູຸ້​ຖືກ​ເສຍ​ຊີ​ວິດ​ອາດ​ຈະ​ເພີ່ມ​ຂຶ້ນ​ແຕ່ 10.000-15.000 ຄົນ. ໃນ​ຂະ​ນະ​ນັ້ນ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ໃຫ້​ຂ່າວ​ວ່າ: ລັດ​ຖະ​ບານ​ປະ​ເທດນີ້ ຈະ​ຫນູນ​ຊ່ວຍ​ຈຳ​ນວ​ນ​ເງິນ 1000 USD ໃຫ້​ແກ່​ຄອບ​ຄົວ​ມີ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ ແລະ  400 USD ລາຍ​ຈ່າຍ​ໃຫ້​ການ​ປົ່ງ​ສົບ.

 

 

 

 

 

ຂ່າວ/ບົດ​ອື່ນ