ແຕ່ລະປີຫວຽດນາມຕ້ອນຮັບນັກທ່ອງທ່ຽວເອີລົບ1ລ້ານເທື່ອຄົນ

ແຕ່ລະປີຫວຽດນາມຕ້ອນຮັບນັກທ່ອງທ່ຽວເອີລົບ1ລ້ານເທື່ອຄົນ - ảnh 1
ພາບ​ປະ​ກອບ:internet

(vovworld)-  ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຫວຽດ​ນາມ-ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ ເອີ​ລົບ” ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 16/10 ຢູ່ ນະ​ຄອນ ດາ​ຫນັງ. ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ແນະ​ນຳ​ກ່ຽວ​ກັບ​ນະ​ໂຍ​ບາຍ, ບັນ​ດາ​ບໍ​ລິ​ການ​ໃຫມ່​ຂອງ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ. ນີ້​ກໍ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ​ຫວຽດ​ນາມ​ເຖິງ​ເພື່ອນ​ມິດ​ສາ​ກົນ. ທ່ານ ຫວູ​ເທ​ບີງ, ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ເພື່ອ​ເພີ່ມ​ທະ​ວີ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ ເອີ​ລົບ​ຕາ​ເວັນ​ຕົກ ຫລາຍກວ່າ​ອີກ, ຂະ​ແຫນງ​ທ່ອງ​ທ່ຽວ ມີ​ຫລາຍ​ວຽກ​ຕ້ອງ​ເຮັດ, ໃນ​ນັ້ນ ມີ​ການ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ສ​ອງ​ຝ່າຍ. ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ ໄດ້​ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ແນະ​ນຳ ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ ມາ​ຈາກ​ເອີ​ລົບ ຕາ​ເວັນ​ຕົກເວົ້າສະ​ເພາະ ກໍ​ຄື ເອີ​ລົບ​ເວົ້າ​ລວມ.”

ຂ່າວ/ບົດ​ອື່ນ