ແທງຮ໋ວາ ແລະ ຫົວພັນ ສົມທົບກັນ ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ

ແທງຮ໋ວາ ແລະ ຫົວພັນ ສົມທົບກັນ ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ - ảnh 1
( ພາບປະກອບ )

(vovworld) - ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ແທງ​ຮ໋ວາ ​ແລະ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຫົວພັນ ຫາ​ກໍ່​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ສົມທົບ​ກັນ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ເສັ້ນ​ຊາຍ​ແດນ​ແຫ່ງ​ຊາດລະຫວ່າງ​ສອງ​ແຂວງ. ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ອົງການ​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ສຶກສາ​ພະນັກງານ, ປະຊາຊົນ​ຫວຽດນາມ - ລາວ ຢູ່​ເຂດ​ຊາຍ​ແດນ, ປະຕິບັດ​ສັນຍາ​ກ່ຽວ​ກັບ​ກົດ​ລະບຽບ​ເສັ້ນ​ຊາຍ​ແດນ ກໍ່​ຄື​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື ​ເຊິ່ງທັງ​ສອງ​ພັກ, ສອງ​ລັດ​ໄດ້​ລົງ​ນາມນຳ​ກັນ​ຢ່າງ​ເຂັ້ມ​ງວດ. ສື​ບຕໍ່​ສົມທົບ​ກັນ​ລາດຕະ​ເວັນ, ປົກ​ປັກ​ຮັກສາ​ເສັ້ນ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ, ພິ​ເສດ​ແມ່ນ​ຢູ່​ເຂດດ່ານ​ຊາຍ​ແດນ. ພ້ອມ​ທັງ​ແລ​ກປ່ຽນ​ສະພາບ​ການ​ເປັນ​ປະຈຳ, ​ເພີ່ມ​ທະວີ​ການ​ຕໍ່ສູ້​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ເປົ້າ​ໝາຍ​ທີ່​ແກ່​ດຶງ​ເຜົ່າ​ມົ້ງຫວຽດນາມ​ ເຄື່ອນ​ໄຫວ​ຕ້ານ​ທຳລາຍ​ການ​ປະຕິວັດ​ລາວ, ອາດ​ສະ​ຍາ​ກຳ​ການຄ້າ​ມະ​ມຸດ, ຊື້​ຂາຍ, ຂົນ​ສົ່ງ​ຢາ​ເສບ​ຕິດ, ອາວຸດ, ​ເງິນ​ປອມ​ຂ້າມ​ຊາຍ​ແດນ… ພ້ອມ​ທັງ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ຊີ້​ນຳ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ຢູ່ 2 ​ແຂວງ​ນີ້​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ, ສູ້​ຊົນ​ເພື່ອ​​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ຢູ່​ທ້ອງ​ຖີ່​ນ​ໃຫ້​ສຳ​ເລັດ​ໃນ​ປີ 2012; ປະຕິບັດ​ການ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບຸລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ