ແນວຄວາມຄິດການປະຕິວັດເດືອນຕຸລາ ລັດເຊຍ ສະຫວາງສະໄຫວຕະຫຼອດໄປ

(VOVWORLD) - ບັນດາໜັງສືພິມສະບັບອອກໃນວັນທີ 7 ພະຈິກ ຢູ່ ຫວຽດນາມ ໄດ້ມີຫລາຍພາບ, ຫຼາຍບົດຂຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ.

     ໜ້າຫຼັກຂອງໜັງສືພິມສະບັບຕ່າງໆ ລ້ວນແຕ່ພິມແຖວຕົວໜັງສືໃຫຍ່ “ສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ (07/11/1917 – 07/11/2017)” ແລະ ຫຼາຍຮູບຖ່າຍເອກະສານອັນລ້ຳຄ່າຫຼາຍຮູບຄື: ພາບປະທານ ໂຮ່ຈີມິນ ແລະ ບັນດາຜູ້ແທນກອງປະຊຸມໃຫຍ່ຄັ້ງທີ 22 ຂອງພັກກອມມູນິດ ໂຊຫວຽດ ໃນເວລາພັກຜ່ອນ (ເດືອນ ຕຸລາ 1961); ບັນດາພາບຖ່າຍກ່ຽວກັບ “ບັນດາຈຸດເວລາປະຫວັດສາດ” ເຊິ່ງເປັນການບັນທຶກຈຸດເວລາຂອງ “ການບຸກໂຈມຕີ ວັງ ລະດູໜາວ ໃນວັນທີ 25 ຕຸລາ 1917 (ຕາມປະຕິທິນລັດເຊຍ ເກົ່າ)”.

        ພ້ອມກັນນັ້ນ, ບັນດາໜັງສືພິມໄດ້ລົງພິມ ບົດນຳ ຢັ້ງຢືນຄຸນຄ່າອັນໃຫຍ່ຫຼວງຂອງການປະຕິວັດເດືອນຕຸລາລັດເຊຍ.

        ບົດນຳຂອງໜັງສືພິມ ເຍີນເຢີນ ສຽງຂອງພັກກອມມູນິດ ຫວຽດນາມ ດ້ວຍຫົວຂ້ໍ “ແນວຄວາມຄິດການປະຕິວັດເດືອນຕຸລາ ລັດເຊຍ ສະຫວ່າງສະໄຫວຕະຫຼອດໄປ”. ໃນຂະນະນັ້ນ, ບົດນຳຂອງໜັງສືພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນ ຫວຽດນາມ) ດ້ວຍຫົວຂໍ້ວ່າ “ຂີດໝາຍເຫຼືອງເຫຼື້ອມ”.

ຕອບກັບ

ຂ່າວ/ບົດ​ອື່ນ