ແນວໂຮມປະເທດຊາດ 13 ແຂວງພາກເໜືອ ເຂົ້າຮ່ວມການຮັບປະກັນຄວາມປອດໄພດ້ານຄົມມະນາຄົມ, ກໍ່ສ້າງຊົນນະບົດໃໝ່

ແນວໂຮມປະເທດຊາດ 13 ແຂວງພາກເໜືອ ເຂົ້າຮ່ວມການຮັບປະກັນຄວາມປອດໄພດ້ານຄົມມະນາຄົມ, ກໍ່ສ້າງຊົນນະບົດໃໝ່ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 15/07, ຄະນະ​ກຳມະການ​ສູນ​ກາງແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ສົ​ມທົບ​ກັບ​ແຂວງ​ລ້າງ​ເຊ​ີນ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ “ສະພາບ​ຕົວ​ຈິງ, ມາດ​ຕະການ​ແກ້​ໄຂ​ຍູ້​ແຮງ​ຂະ​ບວນການ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ຮັບປະກັນ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ, ປອດ​ໄພ​ດ້ານ​ຄົມມະນາຄົມ” ​ແລະ “​ແນວ​ໂຮມ​ປະ​ເທດ​ຊາດເຂົ້າ​ຮ່ວມ​ການກໍ່ສ້າງ​ຊົນ​ນະ​ບົດ​ໃໝ່” ຢູ່​ແຂວງ​ລ້າງ​ເຊີນ. ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ມີ​ຜູ້​ແທນ​ກວ່າ 100 ຄົນ​ທີ່​ມາ​ຈາກ 13 ​ແຂວງ​ພູດ​ອຍທາງ​ພາກ​ເໜືອ​ຫວຽດນາມ ​ແລະ ມີການ​ນຳ​ຂັ້ນ​ຕ່າງໆ​ບັນດາ​ຂະ​ແໜງ​ການທີ່​ກ່ຽວຂ້ອງ​ໄດ​້​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ ຮ່າ​ທິລຽນ, ຮອງ​ປະທານຄະນະ​ກຳມະການ​ສູນ​ກາງແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ  ​ໃຫ້​ຮູ້​ວ່າ: ດ້ວຍ​ຄວາມ​ຄ້າຍຄື​ກັນ​ກ່ຽວ​ກັບ​ເງື່ອນ​ໄຂ​ດ້ານ​ພູ​ສາດ, ​ເສດຖະກິດ, ສັງຄົມ, ພື້ນຖານ​ໂຄງ​ລ່າງຂອງ​ບັນດາ​​ແຂວງ​ພູດ​ອຍທາງ​ພາກ​ເໜືອ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ພະ​ແນ​ກຄວາມປອດ​ໄພ​ດ້ານ​ຄົມມະນາຄົມ​ບັນດາ​ແຂວງ​ໄດ້​ເປັນ​ເຈົ້າ​ການ​ສົມທົບ​ກັນ, ຜັນ​ຂະຫຍາຍ​ບັນດາ​ແຜນການ, ​ໂຄງການ​ແນ​ໃສ່​ສ້າງ​ຂະ​ບວນການ “ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຄົມມະນາຄົມ​” ​ໄດ້ເປັນ​ຢ່າງ​ດີ. ທ່ານ​ນາງ ຮ່າ​ທິລຽນ ກໍ່​ສະ​ເໜີ​ໃຫ້​ແນວ​ໂຮມ​ປະ​ເທ​ດຊາດ​ບັນດາ​ແຂວງດັ່ງກ່າວ ບົນ​ພື້ນຖານ​ພາລະ​ໜ້າ​ທີ່​ຂອງ​ຕົນ ​ເຂົ້າ​ຮ່ວມ​ວິ​ກິດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ຕິດ​ພັນ​ກັບ​ການ​ປະຕິບັດ​ບັ້ນ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ” ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ