ແນວໂຮມປະເທດຊາດ ທ້ອງຖິ່ນຕ່າງໆລົງຢ້ຽມຢາມ ພໍ່ແມ່ພີນ້ອງຊາວຄິດ .

    ວັນທີ 23 ທັນວາ, ທ່ານ ວູ້ຈ້ອງ​ກິມ ຮອງ​ປະທານ ທັງ​ເປັນ​ເລຂາທິການ​ໃຫຍ່ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ຫາຍ​ຟ່ອງ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ໄປ​ຢ້ຽມຢາມ​ສຳນັກ​ສັງຄະ​ລາດ ຫາຍ​ຟ່ອງ. ທ່ານ​ໄດ້​ຕີ​ລາຄາ​ສູງ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງສຳນັກ​ສັງຄະ​ລາດ ຫາຍ​ຟ່ອງ ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລ​ະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ພໍ່​ແມ່​ພີ​ນ້ອງ​ຊາວ​ຄິດ​ເຂົ້າ​ໃນ​ບັນດາ​ຂະ​ບວນ ການ​ແຂ່ງຂັນ​ຮັກ​ຊາດ.     ​ໃນ​ວັນ​ດຽວ​ກັນ, ທ່ານ ຮ່າ​ວັນ​ນຸ້ຍຮອງ​ປະທານ ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມສຳນັກ​ສັງຄະ​ລາດ ບ່າ​ເຣັ້ຍ. ທ່ານ​ກໍ່​ໄດ້​ຕີ​ລາຄາ​ສູງ​ຄວາມ​ສາມັກຄີກັບ​ຊາວ​ທ້ອງ​ຖິ່ນ, ພ້ອມ​ກັນ​ນັ້ນ​ກໍ່​ຕັ້ງໜ້າ​ປະກອບ ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​, ສັງຄົມ, ການ​ເມືອງ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ.    ຢູ່ນະຄອນໂຮ່ຈິມິນ, ຄະນະການນຳນະຄອນໂຮ່ຈິມິນໂດຍທ່ານ ຫງວຽນວັນດົວ ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ນຳໜ້າໄດ້ລົງໄປຢ້ຽມຢາມ, ອວຍພອນ ສຳນັກສັງຄະລາດນະຄອນ ໂຮ່ຈິມິນ, ຄະນະກຳມະການສາມັກຄີຊາວຄິດນະຄອນ ໂຮ່ຈິມິນ ແລະ ສະຫະສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ.
    ສ່ວນຢູ່ແຂວງ ເກີນເທີ, ຕອນບ່າຍວັນທີ 23 ທັນວາ, ຄະນະປະຕິບັດງານຂອງ ນະຄອນໂດຍທ່ານ ເຈີນແທງເມີ້ນ ເລຂາພັກແຂວງ ນຳໜ້າໄດ້ລົງໄປຢ້ຽມຢາມ, ອວຍພອນວັນບຸນຄິດສມາດປີ 2011 ຢູ່ທີ່ ສຳນັກ​ສັງຄະ​ລາດ ເກີນເທີ. ທ່ານ ຟ້າມກົງຈ້ອງ ປະທານສະພາຮັບຜິດຊອບເຂດຊາວຄິດ ສັງກັດສຳນັກສັງຄະລາດ ເກີນເທີ ທີ່ຂຶ້ນກັບຕາແສງ ອານໂຮ້ຍ ເມືອງນິງກ່ຽວ ໃຫ້ຮູ້ວ່າ :
   “ພວກຂ້າພະເຈົ້າພາກພູມໃຈທີ່ສຸດຕໍ່ໜ້າການພັດທະນາຂອງປະເທດຊາດ ແລະ ຕໍ່ໜ້າຄວາມ ເອົາໃຈໃສ່ ຂອງຄະນະພັກ, ຂະແໜງການຂັ້ນຕ່າງໆ ແລະບັນດາ ອົງການຈັດຕັ້ງໃນນະຄອນ ທີ່ໄດ້ມາຢາມ ແລະມອບຂອງຂວັນໃຫ້ແກ່ພວກຂ້າພະ ເຈົ້າ. ພວກຂ້າພະເຈົ້າໝັ້ນໝາຍຈະສ້າງການດຳລົງຊີວິດ ແລະ ສ້າງສາສະໜາໃຫ້ ດີງາມ, ປະກອບສ່ວນສ້າງສາບ້ານເກີດເມືອງນອນປະເທດຊາດໃຫ້ນັບມື້ນັບອຸດົມ ຮ່ັງມີ ສວຍງາມກ່ວາເກົ່າ ” .

 

ຂ່າວ/ບົດ​ອື່ນ