ແນວໂຮມປະເທດຊາດ ຫວຽດນາມ ຈັດງານໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ

ແນວໂຮມປະເທດຊາດ ຫວຽດນາມ ຈັດງານໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ - ảnh 1
( ພາບຈາກອີນເຕີແນດ )

( vovworld ) -   ຕອນ​ເຊົ້າ​ວັນ​ທີ 4/6, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​​ສູນກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້ຈັດ​ງານໂຮມ​ຊຸມ​ນຸນ​​ສະ​ເຫຼີ​ມສະຫຼອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ ( 5/6 ). ດ້ວຍ​ຫົວ​ຂໍ້​ວ່າ “ ​ເສດຖະກິດ​ຂຽວ, ຍ້ອນມີ​ບົດບາດ​ຂອງ​​ທ່ານ ”, ບັນດາການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ​ວັນ​ສິ່ງ​ແວດ​ລ້ອມ​​ໂລກປີ 2012 ນີ້ ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ຂອງ​ແຕ່​​ລະບຸກຄົນ​​ເພື່ອປະກອບສ່ວນ​ໃຫ້​ແກ່ຜົນ​ສຳ​ເລັດຂອງ​ພື້ນຖານ​ເສດຖະກິດ​ຂຽວ, ມຸ້ງ​ໄປ​ເຖິງ​ການນຳ​ໃຊ້​ບັນດາ​ພະລັງງານ​ຜະລິດ​ຄືນ​ໃໝ່, ​ເຊື້ອ​ເພີງສະອາດ, ຫຼຸດຜ່ອນມົນ​ລະ​ພິດ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ Le Ba Trinh ​ໄດ້​ຖື​ວ່າ.

        “ ​ເສດຖະກິດ​ຂຽວ​ແມ່ນ​ພື້ນຖານ​ເສດຖະກິດ​ ​ໂດຍ​ຖື​ເອົາມະນຸດ​ເປັນຈຸດໃຈກາງ. ຊຸກຍູ້​ເສດຖະກິດ​ຂຽວ ​ແລະ ປະຕິ​ຮູບການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ແມ່ນ 2 ປັດ​ໃຈ​ທີ່​ເປັນ​ພື້ນຖານ​ຮັບປະກັນ​ຄວາມ​ໝັ້ນ​ຄົງ​ຂອງແຕ່ລະ​ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ທົ່ວ​ໂລກ​ເວົ້າ​ລວມ. ພວກ​ເຮົາ​ມີໜ້າ​ຢູ່​ນີ້​​ເພື່ອສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຕອບ​ສະໜອງ​ໂຄງການ​​ເຄື່ອນ​ໄຫວ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ຂອງ​ປະ​ເທດ​ຊາດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ພ້ອມ​ກັນ​ມີ​ການ​ກະທຳ​ຢ່າງ​ລະອຽດ, ​ແທດ​ຈິງ​ ປະຕິບັດ​ການ​ສ້າງພື້ນຖານ​ເສດຖະກິດ​ຂຽວ​ຂອງ​ປະ​ເທດ​ຊາດ ​ແລະ ຂອງ​ທົ່ວ​ໂລກ ”.

ຂ່າວ/ບົດ​ອື່ນ