ແນວໂຮມປະເທດຊາດ ຫວຽດນາມ ຕ້ອນຮັບ ຄະນະຜູ້ແທນພຸດທະສາ ສະໜາ ກຳປູເຈຍ

ແນວໂຮມປະເທດຊາດ ຫວຽດນາມ ຕ້ອນຮັບ ຄະນະຜູ້ແທນພຸດທະສາ ສະໜາ ກຳປູເຈຍ - ảnh 1
ທີ່ການຕ້ອນຮັບຄະນະ​ຜູ້​ແທນ​ພຸດທະສາ​ສະໜາ​ແຫ່ງ​ລາຊະ​ອານາ​ຈັກ ກຳປູ​ເຈຍ
( ພາບ: dangcongsan.vn )


(vovworld) –     ຕອນ​ເຊົ້າ​ວັນ​ທີ 13/7, ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ສະ​ມາ​ຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ພຸດທະສາ​ສະໜາ​ແຫ່ງ​ລາຊະ​ອານາ​ຈັກ ກຳປູ​ເຈຍ ​​ໂດຍພະ​ມະຫາ​ພິກຂຸ Tep Vong ​ເປັນ​ຫົວໜ້າ​ຄະນະ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮ​ອງປະທານ ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ Vu Trong Kim ​ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມຢາມ​ຫວຽດນາມ ​ຂອງຄະນະ​ຜູ້​ແທນ​ພຸດທະສາ​ສະໜາ ກຳປູ​ເຈຍ ໄດ້​ດຳ​ເນີນ​ໄປ​ໃນ​ຈຸດ​​ເວລາ​ທີ່​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ກຳ​ປູ​ເຈຍ ພວມຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ມິດຕະພາບ​ເພື່ອ​ສະ​ເຫຼີ​ມສະຫຼອງ​ “ປີ​ມິດຕະພາບ​ຫວຽດນາມ - ກຳປູ​​ເຈຍ” ​ແລະ 45 ປ​ີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ, ​ຊຶ່ງຈະ​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ຖານ​ບ້ານ​​ໃກ້​​ເຮືອນ​ຄຽງ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ ​​ເຂົ້າ​ສູ່​ລວງ​ເລິກ, ມີສະຖຽນ​ລະ​ພາບ ​ແລະ ໝັ້ນຄົງ. ທ່ານ​ຮ​ອງປະທານ Vu Trong Kim ກໍ​ຊີ້​ແຈ້ງວ່າ ດ້ວຍ​ບົດບາດ, ໜ້າ​ທີ່​ຂອງ​ຕົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຮ່ວມ​ມື​ກັບ​ສະພາ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ​ຊາດ​ກຳປູ​ເຈຍ ຜັນ​ຂະຫຍາຍ​​ປະຕິບັດ​ບັນດາ​ຖະ​ແຫຼ​ງການ​ຮ່ວມ ​ແລະ ​ໂຄງການ​ຮ່ວມ​ມື; ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ປະຊາຊົນ​ສອງ​ປະ​ເທດຈະປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ​​ໃຫ້​ດີ​ຍິ່ງໆ​ຂຶ້ນ.

ຂ່າວ/ບົດ​ອື່ນ