ແນວໂຮມປະເທດຊາດ ຫວຽດນາມ ພວມປ່ຽນໃໝ່ ດ້ານເນື້ອໃນ ແລະ ແບບວິທີການເຄື່ອນໄຫວຢ່າງແຮງ

ແນວໂຮມປະເທດຊາດ ຫວຽດນາມ ພວມປ່ຽນໃໝ່ ດ້ານເນື້ອໃນ ແລະ ແບບວິທີການເຄື່ອນໄຫວຢ່າງແຮງ - ảnh 1
(ກອງປະຊຸມໃຫຍ່ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 8)

(vovworld) – ​​    ບົດ​ລາຍ​ງານ​ການ​ເມືອງ​ຂອງຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 7 ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 8 ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ລວມມີ 5 ​ໂຄງການ​ດຳ​ເນີນ​ງານ. ​ໃນ​ນັ້ນ​ບັ້ນ​ຂົນຂວາ​ຍ, ​ເຕົ້າ​ໂຮມ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ແມ່ນ​ໂຄງການ​ເຄື່ອນ​ໄຫວ​ທຳ​ອິດ. ​ລະອຽດ​ແມ່ນ, ​ແນ​ມ​ໂຮມ​ປະ​ເທດ​ຊາດ ຈະ​ສຸມ​ໃສ່​ຍູ້​ແຮງ​ການ​ໂຄ​ສະນາ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ກ່ຽວ​ກັບ​ການ​ຕິດຕາມ​ກວດກາ ​ແລະ ສັງ​ເກດ​ຕີ​ລາຄາ​ສັງຄົມ, ຮັບ​ເອົາ​ຄຳ​ເຫັນ ​ແລະ ຂໍ້​ລິ​ເລີ່​ມຂອງ​ປະຊາຊົນ… ທ່ານ ​ເຈີ່ນ​ຮ່ວາງ​ເຫງັ້ຍ, ຜູ້ຕາງ​ໜ້າ​ຄະນະ​ຜູ້​ແທນ​ນະຄອນ​ໂຮ່​ຈິ​ມິນ ຖື​ວ່າ.

     “​ໃນ​ຕະຫຼອດ​ໄລ​ຍະສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​, ​ແນວ​ໂຮມ​ປ​ະ​ເທດ​ຊາດ​ຫວຽດນາມ ​ໄດ້​ມີ​ບັນດາ​ການ​ປະກອບສ່ວນ, ບັນລຸ​ຜົນງານ​ໃດ​ໜຶ່ງ, ພິ​ເສດ​ແມ່ນ​ການ​ສ້າງ​ກຸ່ມ​ກ້ອມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ, ​ເພື່ອ​ປະຕິບັດ​ໄດ້​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຕ້ອງ​​ໄດ້​ຮັບ​ການຍົກ​ສູງກວ່າ​ອີກ. ​ແລະ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້, ພວກ​ເຮົາ​ໄດ້​ເຫັນ​ການ​ຫັນບັນດາ​ຂໍ້​ກຳນົດ​ໃນ​ລັດຖະທຳ​ມະນູນ​ປີ 2013 ​​ເປັນ​ລະອຽດໃນກົດ​ລະບຽບຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ເປັນ​ລະອຽດ. ໜຶ່ງ​ໃນ​ບັນດາ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ປະຈຸ​ບັນ​ແມ່ນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕ້ອງ​ສ່ອງ​ແສງ​​ເຖິງ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະຊາຊົນ​​ເພື່ອ​ໃຫ້ພັກ, ລັດຖະບານ​ມີ​ນະ​ໂຍບາຍ​ທີ່​ເໝາະ​ສົມ, ​ເຕົ້າ​ໂຮມບັນດາ​ກຳລັງ​ພ້ອມ​ກັນ​ສ້າງສາ​ປະ​ເທດ​ຊາດ​”.

        ສ່ວນ​ທ່ານ ຫງວຽນ​ຕາຍ​​ເຟືອງ, ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ຖື​ວ່າ.

        “ໃນ​ປະຈຸ​ບັນປະ​ເທດ​ຊາດ​ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ ​ແລະ ​ໃນ​ການ​ເຊື່ອມ​ໂຍງ​ນັ້ນ​ບໍ່​ອາດ​ຂາດ​ບົດບາດ​ຂອງ​ພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໄດ້. ພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່​ຕ່າງປະ​ເທດ​ ມີ​ເງື່ອນ​ໄຂ​ສະດວກ​ແມ່ນ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ ສະ​ນັ້ນ​ເຂົ້າ​ໃຈ​ໄດ້​ປະ​ເທດທີ່​ຕົນ​ຢູ່ອາ​ໄສ, ສິ່ງ​ດັ່ງ​ກ່າວກໍ່ຈະ​ເປັນ​ຂົວ​ຕໍ່​ໃນ​ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ຂອງ​ລັດ​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ສົ່ງ​ຂໍ້​ມູນ​ຂ່າວພາຍ​ໃນ​ປະ​ເທດ​ຢ່າງ​ແທດ​ຈິງ​​ເຖິງພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່​ຕ່າງປະ​ເທດ​, ຂົນຂວາຍພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່​ຕ່າງປະ​ເທດ​ ພ້ອມ​ກັນ​ປະກອບສ່ວນ​ປະຕິບັດ​ໜ້າ​ທີ່​ດັ່ງກ່າວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​”

ຂ່າວ/ບົດ​ອື່ນ