ແນວໂຮມປະເທດຊາດ ຫວຽດນາມ ສະຫລຸບວຽກງານປະຕິບັດມະຕິສູນກາງຄັ້ງທີ 7

ແນວໂຮມປະເທດຊາດ ຫວຽດນາມ ສະຫລຸບວຽກງານປະຕິບັດມະຕິສູນກາງຄັ້ງທີ 7 - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 30/7, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 7 ຊຸດ​ທີ 10 ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ. ທ່ານ​ປະທານ​ສະພ​າ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ຜູ້​ຕາງໜ້າ​ບັນດາ​ສະມາຄົມ, ອົງການ​ຈັດຕັ້ງມະຫາຊົນ​ລ້ວນ​ແຕ່​ຢືນຢັນ​ມະຕິ​ສູນ​ກາງ​ຄັ້ງ​ທີ 7 ​ແມ່ນ​ແຜນ​ນະ​ໂຍບາຍ​ຖືກຕ້ອງ ​ແລະ ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມທຸກ​ຂັ້ນ, ບັນດາ​ອົງການ, ສະມາຄົມ​ຕ່າງໆ ຕັ້ງໜ້າ​ຕອບ​ສະໜອງ​ດ້ວຍ​ບັນດາ​ໂຄງການ, ການ​ເຄື່ອນ​ໄຫວ​ລະອຽດ ​ເພື່ອ​ສາມາດ​ປະກອບສ່ວນ​ສ້າງ​ການ​ຫັນປ່ຽນ​ຈະແຈ້ງ​ໃນ​ການ​ກໍ່ສ້າງ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ. ໝາກຜົນ​ທີ່ພົ້ນ​ເດັ່ນ​ພາຍຫຼັງ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ແມ່ນ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ທຸກ​ຂັ້ນ​ໄດ້​ຂົນຂວາຍ​ຊາວ​ກະສິກອນບໍລິຈາກທີ່​ດິນ​ກ່ວາ 12 ລ້ານ​ຕາລາງ​ແມດ​ເພື່ອ​ກໍ່ສ້າງ​ທາງ, ລະດົມເງິນ​ກ່ວາ 23.000 ຕື້​ດົ່ງ​​ໃຫ້​ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ.​.​. ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢືນຢັນ​ວ່າ: ທົ່ວ​ລະບອບ​ການ​ເມືອງ​ເຂົ້າ​ຮ່ວມ​ການ​ປະຕິບັດ​ມະຕິ​ຢ່າງ​ເຂັ້ມ​ງວດ ​ແລະ ໄດ້ຮັບການສະໜັບສະໜູນ​ຈາກປະຊາຊົນ​ ດັ່ງ​ນັ້ນ​ມະຕິ​ສູນ​ກາງ​ຄັ້ງ​ທີ 7 ກ້າວ​ເຂົ້າ​ສູ່​ຊີວິດ​ຕົວຈິງຢ່າງ​ວ່ອງ​ໄວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຂະ​ແໜງ​ການ, ທ້​ອງຖີ່​ນ ​ແລະ ປະຊາຊົນ​ຕ້ອງ​ຍຶນ​ໝັ້ນ​ປະຕິບັດເພື່ອ​ພັດທະນາ​ກະ​ສີ​ກຳ, ຊາວ​ກະສິກອນ, ຊົນນະບົດ​ແບບ​ຍືນ​ຍົງ. ຈຸດໝາຍ​ສຸດ​ທ້າຍ​ຂອງ​ມະຕິ​ສູນ​ກາງ​ຄັ້ງ​ທີ 7 ​ແມ່ນ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ