ແນວໂຮມປະເທດຊາດຫວຽດນາມພ້ອມກັບກະຊວງກະສິກຳແລະພັດທະນາຊົນນະບົດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ແນວໂຮມປະເທດຊາດຫວຽດນາມພ້ອມກັບກະຊວງກະສິກຳແລະພັດທະນາຊົນນະບົດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ແນວໂຮມປະເທດຊາດຫວຽດນາມພ້ອມກັບກະຊວງກະສິກຳ
ແລະພັດທະນາຊົນນະບົດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
(ພາບ: TTXVN)

(vovworld) - ເມື່ອ​ສະ​ຫຼຸບ​ການ​ເຮັດ​ວຽກ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໃນ​ຕອນ​ບ່າຍ​ວັນ​ທີ 25/04, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ​ກະ​ຊວງ​ກະ​ສິ​ກຳ​ແລະ​ພັດ​ທະ​ນາ​ຊົນ​ນະ​ບົດ ຄວນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ທີ່​ໄດ້​ວາງ​ອອກ: ເພີ່ມ​ທະ​ວີ​ການ​ປົກ​ປັກ​ຮັກ​ສາ​ປ່າ, ພັດ​ທະ​ນາ​ກະ​ສິ​ກຳ​ຕາ​ມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່​ມ ແລະ ພັ​ດ​ທະ​ນາ​ແບບ​ຍື​ນ​ຍົງ; ສ້າງ​ລະ​ບົບ​ຊົນ​ລະ​ປະ​ທານ​ໃຫ້​ສຳ​ເລັດ… ທ່ານ ຫງວຽນ​ທ້ຽນ​ເຍ​ີນ ຢືນ​ຢັນ​ວ່າ, ຍາມ​ໃດແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ​ກໍ​ຈະ​ພ້ອມ​ກັບ​ກະ​ຊວງ​​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້​າ​ອາ​ກາດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຈະ​ໄປ​ສຳ​ຫຼວດ​ຢູ່​ພາກ​ໃຕ້, ພາກ​ກາງ ແລະ ເຂດໄຕ​ງວຽນ, ຫຼັງ​ຈາກນັ້ນ​ສ້າງ​ແຜນ​ການ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ​, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເພື່ອ​ປ້ອ​ງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ.

ຂ່າວ/ບົດ​ອື່ນ