ແນວໂຮມປະເທດຊາດຫວຽດນາມມອບຂອງຂວັນປີໃໝ່ໃຫ້ຄົນທຸກຍາກຢູ່ທ້ອງຖິ່ນຕ່າງໆ

ແນວໂຮມປະເທດຊາດຫວຽດນາມມອບຂອງຂວັນປີໃໝ່ໃຫ້ຄົນທຸກຍາກຢູ່ທ້ອງຖິ່ນຕ່າງໆ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີ​ນ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​
ບັນ​ດາ​ຫຼານ​ນ້ອຍ​​ແຂວງ​ຫາຍ​ເຢືອງ
(ພາບ: Báo Hải Dương)

(vovworld) –​ ວັນ​ທີ 30/01, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ບັນ​ດາ​ຫຼານ​ນ້ອຍ​ຢູ່​ສູນອຸ​ປະ​ກະ​ລະ​ສັງ​ຄົມ​ແຂວງ​ຫາຍ​ເຢືອງ. ​ຢູ່​ທີ່ນີ້ທ່ານ ຫງວຽນ​ທ້ຽນ​ເຍີ​ນ ໄດ້​ຕີ​ລາ​ຄາ​ສູງ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ຄູ​ອາ​ຈານ, ພະ​ນັກ​ງານ, ພາ​ລະ​ກອນ​ຂອງ​ສູນທີ່​ໄດ​້​ສິດ​ສອນ​ບັນ​ດາ​ຫຼານ​ນ້ອຍ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ປ​າດ​ຖະ​ໜາ​ວ່າ​ພວກ​ຫຼານ​ຈະ​ຕັ້ງ​ໜ້າ​ຮ່ຳ​ຮຽນ​ ຜ່ານ​ຜ່າ​ສິ່ງ​ກີດ​ຂວາງ​ຂອງ​ຕົນ​ເອງ ເພື່ອ​ປື​ນ​ຕົວ​ຂຶ້ນຊ່ວຍເຫຼືອ​ຄອບ​ຄົວ ​ແລະ ກາຍ​ເປັນ​ບັນ​ດາ​ພົນ​ລະ​ເມືອງ​ປະ​ກອບ​ສ່ວນ​ພັດ​ທະ​ນາປະ​ເທດ​ຊາດ.

      ຕອນ​ເຊົ້າ​ວັນ​ທີ 31/01, ຄະ​ນະ​ກຳ​ມະ​ການ​ແນວໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ດ່ານັ້ງ ​ໄດ້ຈັດ​ຕັ້ງ​ລາຍ​ການ “ລະ​ດູບ​ານ​ໃໝ່​ແຫ່ງ​ຄວ​າ​ມ​ຮັກ” ປີ​ວອກ 2016, ມອບ​ຂອງ​ຂວັນ 1000 ພູ​ດ​ໃຫ້​ຄົນ​ທຸກ​ຍາກ. ນອກນັ້ນ, ແນວ​ໂຮມ​ບັນ​ດາ​ເມືອງ ແລະ ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກໄດ້ຂົນ​ຂວາຍ​ຂອງ​ຂວັນກວ່າ 5000 ພູດ​ເພື່ອມອບ​ໃຫ້​ຄົນ​ທຸກ​ຍາກ.

      ແລະ​ກ​ໍ​ໃນ​ວັນ​ດ​ຽວ​ກັນ, ສະ​ຫະ​ພັນ​ແຮງ​ງານ​ແຂວງ ເບັ໋ນ​ແຈ ໄດ້​ຈັດ​ລາຍ​ການ “ບຸນ​ເຕັດ​ເຕົ້າ​ໂຮມ​ກັ​ນ” ຄັ້ງ​ທີ 1 ປີ 2016 ໃຫ້​ຄົນ​ງານ​ທຸກ​ຍາກ, ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ທີ່​ພວມ​ເຮັດ​ວຽກ​ຢູ່​ບໍ​ລະ​ເວັນ​ແຂວງກວ່າ 300 ຄົນ.

ຂ່າວ/ບົດ​ອື່ນ