ແນະນຳ 7 ງານບຸນທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າ

ແນະນຳ 7 ງານບຸນທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າ - ảnh 1
(ພາບປະກອບ)

(vovworld) - ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ໃນ​ຂອບ​ເຂດ​ສັບປະດາ “ມະຫາ​ສາມັກຄີ​ບັນດາ​ເຜົ່າ - ມໍລະດົກ​ວັດທະນະທຳ​ຫວຽດນາມ“ ທີ່​ພວມ​ດຳ​ເນີນ​ຢູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ ​ແມ່ນ​ການ​​ວາດ​ພາບ​ໃຫ້​ເຫັນ 7 ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະຊາຊົນ​ບັນດາ​ເຜົ່າຢ່າງ​ມີ​ຊີວິດ​ຊີວາ. ​ໃນ​ນັ້ນ​ມີ​ງານ​ບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກ​ຂອງ​ຊາວ​ເຜົ່າ​ຂະມຸ, ​ເມືອງ​ເມື່ອ​ງອ໋າງ, ​ແຂວງ​ດ້ຽນບຽນ ​ແລະ ຊົນ​ເຜົາ​ຈຳ, ​ແຂວງ​ບິ່ງ​ດິ້ງ; ງານ​ບຸນ​ພາວະນາ​ຂໍ​ໃຫ້​ລະດູ​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ ຂອງ​ຊົນ​ເຜົ່າ ຕ່າ​ໂອ້​ຍ, ​ເມືອງ​ອາ​ເລື໋ອຍ, ​ແຂວງ​ເທື່ອ​ທຽນ​ເຫວ໋; ງານ​ດອງ​ຂອງ​ຊົນ​ເຜົ່າ​ຊ໋ານ​ໄຈ, ​ແຂວງ​ບັກ​ຢາງ; ງານ​ບຸນ​ຕັ້ງ​ເກົ້າ​ຂອງ​ຊົນ​ເຜົ່າ​ຜູ່​ໄທ, ​ແຂວງ​ດ້ຽນບຽນ; ງານ​ບຸນ​ບູຊາ​ທະ​ເລມີ​ລອງ, ​ແຂວງ​ຈ່າ​ວິ​ງ ​ແລະ ງານ​ບຸນ​ພາວະນາ​ຝົນຕົກ​ຕົ້ນ​ລະດູ​ການ​ປູກຝັງຂອງ​ຊົນ​ເຜົ່າ​ມົ້ງ, ​ແຂວງ​ດັກ​ລັກ… ທ່ານ ​ເລິ​ມວັນ​ຄາງ, ຮອງ​ຫົວໜ້າ​ຄະນະ​ຮັບຜິດຊອບ ໝູ່ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສັບປະດາ “ມະຫາ​ສາມັກຄີ​ບັນດາ​ເຜົ່າ - ມໍລະດົກ​ວັດທະນະທຳ​ຫວຽດນາມ“, ​ໃຫ້​ຮູ້​ວ່າ:

        “ຈຸດ​ພົ້ນ​ເດັ່ນ ​​ແລະ ຫົວ​ຂໍ້ສັງ​ລວມຂອງ​ບັນດາ​ງານ​ບຸນ ​ແມ່ນ​ພາວະນາ​​ຂໍ​ໃຫ້ດິນ​ຟ້າອາກາດ, ​ເທວະ​ດາ​ຟ້າ​ແຖນ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ມີ​ຊີວິດ​ອິ່ມໜຳສຳລານ, ມີ​ຄວາມ​ຜາ​ສຸກ. ບັນດາ​ງານ​ບຸນ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ເທວະ​ດາ​ຟ້າ​ແຖນ ກໍ່​ຄື​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ພັກ, ການ​ປະຕິວັດ“.

 

ຂ່າວ/ບົດ​ອື່ນ