ແນະ​ນຳ, ແຜ່​ຂະ​ຫຍາຍບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ຕ່ຳ​ກ່​ວາ 10.000 ຄົນ

(VOVWORLD) - ວັນບຸນແມ່ນເພື່ອແນໃສ່ເຊີດຊູ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນສີສັນຂອງບັນດາເຜົ່າສ່ວນໜ້ອຍ ໄດ້ປະກອບສ່ວນສຶກສາມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຊົນຊາດ, ເພີ່ມທະວີກຳລັງແຮງກຸ່ມກ້ອນມະຫາສາມັກຄີ ບັນດາເຜົ່າ.
ແນະ​ນຳ, ແຜ່​ຂະ​ຫຍາຍບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ຕ່ຳ​ກ່​ວາ 10.000 ຄົນ - ảnh 1ການຖະແຫຼງຂ່າວກ່ຽວກັບວັນບຸນ (ພາບ: VOV)

ວັນບຸນ ວັດທະນະທຳ ບັນດາເຜົ່າທີ່ມີປະຊາກອນຕ່ຳກ່ວາ 10.000 ຄົນຄັ້ງທີ 1 ທີ່ມີຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍ ແລະ ແຜ່ຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ ຂອງພໍ່ແມ່ປະຊາຊົນບັນດາເຜົ່າທີ່ມີປະຊາກອນຕ່ຳກ່ວາ 10.000 ຄົນ”, ຈະດຳເນີນໃນລະຫວ່າງ ວັນທີ 3 – 5 ພະຈິກ ຢູ່ນະຄອນ ລາຍເຈົາ, ແຂວງ ລາຍເຈົາ. ນີ້ແມ່ນຄັ້ງທຳອິດ ທີ່ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນ ແຂວງ ລາຍເຈົາ ຈັດ ວັນບຸນດັ່ງກ່າວຂຶ້ນ.

ວັນບຸນແມ່ນເພື່ອແນໃສ່ເຊີດຊູ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນສີສັນຂອງບັນດາເຜົ່າສ່ວນໜ້ອຍ ໄດ້ປະກອບສ່ວນສຶກສາມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຊົນຊາດ, ເພີ່ມທະວີກຳລັງແຮງກຸ່ມກ້ອນມະຫາສາມັກຄີ ບັນດາເຜົ່າ. ນີ້ແມ່ນໂອກາດແນະນຳ, ໂຄສະນາກັບເພື່ອນມິດທັງຢູ່ພາຍໃນປະເທດ ແລະ ສາກົນ ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາວັດທະນະທຳ, ກິລາ, ການທ່ອງທ່ຽວ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າສ່ວນໜ້ອຍໃນວິວັດທະນາການແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ, ເປັນຕົ້ນແມ່ນບັນດາເຜົ່າສ່ວນໜ້ອຍທີ່ມີປະຊາກອນຕ່ຳກ່ວາ 10.000 ຄົນ…

ທີ່ການຖະແຫຼງຂ່າວປະກາດເຫດການໄດ້ດຳເນີນໃນຕອນບ່າຍວັນທີ 23 ຕຸລາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ ວັນບຸນ ຈະມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ມີປະກອນຕ່ຳກ່ວາ 10.000 ທີ່ມາຈາກ 11 ແຂວງ (ລາຍເຈົາ,ກາວບັງ, ໄທງວຽນ, ດຽນບຽນ, ຮ່າຢາງ, ລາວກາຍ, ອຽນບາຍ, ຕວຽນກວາງ, ເງະອານ, ກວາງບິ່ງ ແລະ ກອນຕູມ).

ຕອບກັບ

ຂ່າວ/ບົດ​ອື່ນ