ແນະນຳການທ່ອງທ່ຽວວັດທະນະທຳທີ່ເປັນມູນເຊື້ອ ຫວຽດນາມ ທີ່ VITM ຮ່າໂນ້ຍ 2023

(VOVWORLD) - ງານຕະຫຼາດນັດມີການເຂົ້າຮ່ວມຂອງວິສາຫະກິດ 2.500 ແຫ່ງມາຈາກກວ່າ 50 ແຂວງ, ນະຄອນຂອງ ຫວຽດນາມ, 15 ປະເທດ ແລະ ເຂດແຄ້ວນ
ແນະນຳການທ່ອງທ່ຽວວັດທະນະທຳທີ່ເປັນມູນເຊື້ອ ຫວຽດນາມ ທີ່ VITM ຮ່າໂນ້ຍ 2023 - ảnh 1 (ງານຕະຫຼາດນັດນີ້ຈະໄຂຂຶ້ນໃນຕອນເຊົ້າວັນທີ 13 ເມສາ)

        ງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ - VITM ຮ່າໂນ້ຍ 2023 ຈະໄຂຂຶ້ນໃນຕອນເຊົ້າວັນທີ 13 ເມສາ ຢູ່ຫໍວັດທະນະທຳມິດຕະພາບ, ຮ່າໂນ້ຍ. ດ້ວຍຫົວຂໍ້ “ທ່ອງທ່ຽວວັດທະນະທຳ”, ຈຸດເດັ່ນຂອງ VITM ຮ່າໂນ້ຍ ແມ່ນນຳການທ່ອງທ່ຽວວັດທະນະທຳທີ່ເປັນມູນເຊື້ອ ແລະ ວັດທະນະທຳທັນສະໄໝຂອງ ຫວຽດນາມ ອອກສູ່ໂລກ; ມຸ່ງໄປເຖິງບັນດາວິສາຫະກິດທ່ອງທ່ຽວ ລົງທຶນສ້າງຜະລິດຕະພັນທ່ອງທ່ຽວໃໝ່ ບົນພື້ນຖານຂຸດຄົ້ນບັນດາຄຸນຄ່າເປັນເອກະລັກສະເພາະຂອງວັດທະນະທຳທີ່ເປັນມູນເຊື້ອ ແລະ ມໍລະດົກຂອງ ຫວຽດນາມ. ໂດຍຈັດຂຶ້ນແຕ່ວັນທີ 13-16 ເມສາ, ງານຕະຫຼາດນັດມີການເຂົ້າຮ່ວມຂອງວິສາຫະກິດ 2.500 ແຫ່ງມາຈາກກວ່າ 50 ແຂວງ, ນະຄອນຂອງ ຫວຽດນາມ, 15 ປະເທດ ແລະ ເຂດແຄ້ວນ, ດ້ວຍຮ້ານວາງສະແດງ 450 ຮ້ານ. ທ່ານຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຟ້າມວັນຖຸຍ ໃຫ້ຮູ້ວ່າ: VITM ຮ່າໂນ້ຍ ຈະແນະນຳກວ່າ 10.000ລາຍການທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວເຖິງນັກທ່ອງທ່ຽວ.

        “ນີ້ແມ່ນກາລະໂອກາດທີ່ດີເພື່ອແນະນຳໃຫ້ນັກທ່ອງທ່ຽວຄົ້ນຫາບັນດາມໍລະດົກວັດທະນະທຳຂອງ ຫວຽດນາມ. ແລະຜ່ານບັນດາມໍລະດົກວັດທະນະທຳນັ້ນ, ຈາກແຫຼ່ງຊັບພະຍາກອນຂອງມໍລະດົກວັດທະນະທຳ ສ້າງເປັນຜະລິດຕະພັນສິນຄ້າ ເພື່ອດຳເນີນທຸລະກິດ ແລະ ແນະນຳ, ໂຄສະນາວັດທະນະທຳ ຫວຽດນາມ ຕໍ່ມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ