ແນະນຳກາລະໂອກາດດຳເນີນທຸລະກິດ ແລະ ລົງທຶນເຂົ້າຫວຽດນາມ ຢູ່ອີຕາລີ

ແນະນຳກາລະໂອກາດດຳເນີນທຸລະກິດ ແລະ ລົງທຶນເຂົ້າຫວຽດນາມ ຢູ່ອີຕາລີ - ảnh 1
ເວທີ​ປາ​ໄສດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນລະຫວ່າງຫວຽດນາມ - ອີ​ຕາ​ລີ
(ພາບ: vietnamplus.vn)


(vovworld) – “​ເວທີ​ປາ​ໄສດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນລະຫວ່າງຫວຽດນາມ - ອີ​ຕາ​ລີ” ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 22/04, ຢູ່​ນະຄອນ Florence, ​ເມືອງ​ເອກຂອງ​ເຂດ Tuscany, ​ເພື່ອ​ແນ​ໃສ່​ແນ​ະນຳ​ບັນດາ​ໂອກາດ​ລົງທຶນ​ເຂົ້າ​ຫວຽດນາມ, ກໍ​ຄື​ແຜນການ​ເຊື່ອມ​ຕໍ່​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດຫວຽດນາມ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ ດ້ວຍ​ສະພາບ​ແວດ​ລ້ອມ​ທາງ​ດ້ານ​ການ​ເມືອງ - ສັງຄົມ​ທີ່​ໝັ້ນຄົງ, ການ​ລົງທຶນມີຄວາມສະດວກ​ສະ​ບາຍ, ກຳລັງ​ຄົນ​ງານ​ໜູ່ມ​ແໜ້ນ, ຂະຫຍັນ​ຂັຍ​ເຄື່ອນ ​ແລະ ດຸໝັ່ນ, ປະຈຸ​ບັນ ຫວຽດນາມ ​ແມ່ນ​ສະຖານ​ລົງທຶນທີ່​ດູດ​ດື່ມ ​ແລະ ​ເປັນໜ້າໄວ​ເນື້ອ​ເຊື່ອ​ໃຈ. ນອກຈາກ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຜະລິດ​ດຳ​ເນີນ​ທຸ​ລະ​ກິດ​ທີ່ມີມາແຕ່ດົນນານແລ້ວ, ຕະຫຼາດ​ຫວຽດນາມ ພວມ​ເປີດ​ບັນດາ​ກາລະ​ໂອກາດ​ລົງທຶນ​ທີ່​ໃຫຍ່​ຫຼວງ​ໃຫ້​ແກ່​ນັກ​ລົງທຶນ​ອີ​ຕາ​ລີ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ຕາມ​ຮູບ​ແບບ​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ (PPP) ຄື; ຄົມມະນາ​ຄົນ​ຂົນ​ສົ່ງ, ພະລັງງານ, ສະໜອງ​ນ້ຳສາອາດ... ທ່ານ​ນາງຮອງ​ລັດຖະມົນຕີ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ ດ້ວຍ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງ​ທຶນຕ່າງປະ​ເທດ​ຂອງ​ຫວຽດນາມ, ບັນດາ​ວິ​ສາ​ຫະກິດ​ອີ​ຕາ​ລີ, ​ໃນ​ນັ້ນ​ມີ​ເຂດ Tuscany, ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອຳນາດ​ການ​ປົກຄອງ​ຂອງ​ຫວຽດນາມ ​ເພື່ອ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດຢູ່​ຫວຽດນາມ ​​​ໃນໄລຍະ​ຍາວນານ.

ຂ່າວ/ບົດ​ອື່ນ