ແນະນຳຈຸດຄວາມງາມຂອງການເຫື້ຼອມໃສບູຊາພະແມ່ໃນພາບສີຂັດມັນ

ແນະນຳຈຸດຄວາມງາມຂອງການເຫື້ຼອມໃສບູຊາພະແມ່ໃນພາບສີຂັດມັນ - ảnh 1
(ງານ​ວາງ​ສະ​ແດງຈິດ​ຕະ​ກຳ​ກ່ຽວ​ກັບ​ການ​ເຫື້ອມ​ໄສ​ບູ​ຊ​າ​ພະ​ແມ່)

(vovworld) - ​ພາບ​ສີ​ຂັດ​ມັນ 26 ແຜ່ນ​ກ່ຽວ​ກັບ​ຫົວ​ຂໍ້​ການ​ເຫຼື້ອມໃສ​ບູຊາ​ພະ​ແມ່​ຂອງນັກ​ຈິດ​ຕະ​ກອນ ເຈີນ​ຕ໋ວນ​ລອງ ພ​ວມ​ແນະ​ນຳ​ເຖິງມະ​ຫາ​ຊົນ​ໃນ​ງານ​ວາງ​ສະ​ແດງ, ເຊິ່ງ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 08 – 15/03, ຢູ່​ຫໍ​ພິ​ພິ​ຕະ​ພັນວິ​ຈິດ​ສິນ​ຫວຽດນາມ. ນີ້​ແມ່ນ​ງານ​ວາງ​ສະ​ແດງຈິດ​ຕະ​ກຳ​ກ່ຽວ​ກັບ​ການ​ເຫື້ອມ​ໄສ​ບູ​ຊ​າ​ພະ​ແມ່ ເປັນ​ຄັ້ງ​ທຳ​ອິດ ພາຍ​ຫຼັງ “ການ​ເຫຼື້ອມ​ໃສບູຊາ​ພະ​ແມ່​​ຂອງ​ຫວຽດ​ນາມ” ໄດ້​ຮັບ​ການເຊ​ີດ​ຊູ​ແມ່ນ​ມ​ໍ​ລະ​ດົກ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດຈາກ UNESCO ​ເມ​ື່ອ​ເດືອນ 12/2016. ບັນ​ດາ​ພາບສີ​ຂັດ​ມັນ​ກ່ຽວ​ກັບ​ການ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ໃນ​ງານ​ວາງ​ສະ​ແດງ​​ເຊິ່ງ​ນັກ​ຈິດ​ຕະ​ກອນ ເຈີນ​ຕ໋ວນ​ລອງ ​ແຕ້ມແມ່ນ​ໃຊ້​ເວ​ລາກວ່າ 20 ປີ. ນັກ​ຈິດ​ຕະ​ກອນ ເຈີນ​ຮ່​ວາງ​ຫາຍ​ອຽນ, ເຂົ້າ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ ໃຫ້​ຮູ້​ວ່າ.

        “ຄວາມ​ຈິງ, ເມື່ອ​ໄດ້​ຊົມ​ບັນ​ດາ​ພາບ​ແຕ້ມ​ຢູ່​ງານ​ວາງ​ສະ​ແດງນີ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕົກ​ສະ​ເງີ້. ບໍ່​ພ​ຽງ​ແຕ່​ຍ້ອນ​ບັນ​ດາ​ພາບ​ແຕ້ມ​​ສວຍງາມ​ເທົ່າ​ນັ້ນ, ຫາກ​ຂ້າ​ພະ​ເຈົ້າ​​ຍັງຮູ້​ສຶກ​ຄື​ດັ່ງ​ໄດ້​ເຂົ້າ​ຮ່ວມ​ການ​ສະ​ແດງ​ເຫຼື້ອມ​ໃສບູ​ຊາ​ພະ​ແມ່​ໃດ​ໜຶ່ງ ແລະ ມີ​ຄວາມ​ສັກ​ສິດ​ທີ່​ສຸດ.”

ຂ່າວ/ບົດ​ອື່ນ