ແນະ​ນຳ​ຊຸດ​ປຶ້ມ “ຫວໍ​ງວຽນ​ຢາບ - ນາຍ​ພົນ​ຂອງ​ປະ​ຊາ​ຊົນ”

(VOVWORLD) -  ໂຮມພິມຈຳໜ່າຍການເມືອງແຫ່ງຊາດ ໄດ້ຈັດພິທີນຳສະເໜີຊຸດປຶ້ມ “ຫວໍງວຽນຢາບ - ນາຍພົນຂອງປະຊາຊົນ”, ໂດຍຮອງສາດສະດາຈານ, ປະລິນຍາເອກ ຫວູຈ້ອງເລິມ, ຜູ້ອຳນວຍການ - ຫົວໜ້າບັນນາທິການ ໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ ເປັນຜູ້ຮຽບຮຽງ.
ແນະ​ນຳ​ຊຸດ​ປຶ້ມ “ຫວໍ​ງວຽນ​ຢາບ - ນາຍ​ພົນ​ຂອງ​ປະ​ຊາ​ຊົນ” - ảnh 1ຊຸດປຶ້ມ “ຫວໍງວຽນຢາບ - ນາຍພົນຂອງປະຊາຊົນ” (ພາບ:dangcongsan.vn)

ວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ໂຮມພິມຈຳໜ່າຍການເມືອງແຫ່ງຊາດ ໄດ້ຈັດພິທີນຳສະເໜີຊຸດປຶ້ມ “ຫວໍງວຽນຢາບ - ນາຍພົນຂອງປະຊາຊົນ”, ໂດຍຮອງສາດສະດາຈານ, ປະລິນຍາເອກ ຫວູຈ້ອງເລິມ, ຜູ້ອຳນວຍການ - ຫົວໜ້າບັນນາທິການ ໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ ເປັນຜູ້ຮຽບຮຽງ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ເພື່ອສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ (ວັນທີ 7 ພຶດສະພາ  1954 - ວັນທີ 7 ພຶດສະພາ 2024).

ຊຸດປຶ້ມນີ້ໄດ້ພິມຈຳໜ່າຍສະບັບພາສາ ຫວຽດ ແລະ ສະບັບສອງພາສາ ນັ້ນແມ່ນ: ສະບັບພາສາ ຫວຽດນາມ  - ອັງກິດ, ສະບັບພາສາ ຫວຽດນາມ - ຝລັ່ງ, ສະບັບພາສາ ຫວຽດນາມ - ແອັດສະປາຍ, ສະບັບພາສາ ຫວຽດນາມ - ຈີນ, ສະບັບພາສາ ຫວຽດນາມ - ອາຣັບ, ແນໃສ່ປະກອບສ່ວນຕອບສະໜອງຄວາມຕ້ອງການຮຽນຮູ້, ສຶກສາຄົ້ນຄວ້າຂອງຜູ້ອ່ານທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບຊີວິດ ແລະ ພາລະກິດຂອງພົນເອກ ຫວໍງວຽນຢາບ. ເມື່ອແບ່ງປັນທີ່ພິທີ, ທ່ານ Salem Hammad, ຜູ້ແປປຶ້ມສະບັບດັ່ງກ່າວອອກເປັນພາສາ ອາຣັບ ໄດ້ສະແດງຄວາມຫວັງວ່າ ຜູ້ອ່ານ ອາຣັບ ຈະນິຍົມອ່ານ ເພື່ອຊອກຮູ້ກ່ຽວກັບຊີວິດ ກໍຄືຜົນງານອັນຍິ່ງໃຫຍ່ຂອງທ່ານພົນເອກ ຫວໍງວຽນຢາບ ທີ່ສ້າງໄວ້ໃຫ້ປະຊາຊົນ ຫວຽດນາມ ກໍຄື ມວນມະນຸດ ໄດ້ຢ່າງຈະແຈ້ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ