ແນະນຳບັນດາຜົນງານໄດ້ຮັບລາງວັນ ໂຮ່ຈີມິນ 2012

ແນະນຳບັນດາຜົນງານໄດ້ຮັບລາງວັນ ໂຮ່ຈີມິນ 2012 - ảnh 1
ຮູບຖ່າຍແຜ່ນໜຶ່ງຂອງນັກ​​ຖ່າຍຮູບ ຈູ​ຈີ໋​ແທ່ງ
(ພາບ: vtv.vn)

(vovworld) - ງານ​ວາງສະ​ແດງ​ບັນດາ​ຜົນງານ​ດ້ານ ວິຈິດຕະກຳ, ຮູບ​ຖ່າຍຂອງ​ມື​ກ້ອງ​ທີ່​ໄດ້​ຮັບ​ລາງວັນ ​ໂຮ່ຈີ​ມິນ ​ແລະ ລາງ​ວັນ​ແຫ່ງ​ລັດ​ປີ 2012 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 29/7 ຢູ່ ຫໍພິພິທະພັນວິຈິດສິນ ຫວຽດນາມ ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ. ມີ​ພາຍ​ຖ່າຍ, ພາບ​ແຕ້ມ, ຮູ​ບປັ້ນ, ຮູບ​ແກະ​ຄວັດ​ສະຫຼັກ 36 ຢ່າງ​ໄດ້​ນຳ​ມາວາງສະ​ແດງທີ່​ງານ​ດັ່ງກ່າວ. ນີ້​ແມ່ນ​ບັນດາຜົນງານ​ດີ​ເດັ່ນ​ໃນ​ພາລະກິດ​ປະດິດ​ສ້າງ​ສິລະ​ປະ​ຂອງ​ບັນດາ​ນັກ​ຖ່າຍຮູບ, ນັກ​ສິລະ​ປະການ​ທີ່​ໄດ້​ຮັບການຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຈາກ​ລັດ. ​ແມ່ນ​ຜົນງານ​ທີ່ຍາດ​ໄດ້​ລາງວັນ​ການ​ຖ່າຍຮູບ​ດ້ວຍ​ຮູບ​ຖ່າຍ “ຄວາມສຸກ​ຂອງ​ບັນດາ​ຜູ້​ຊະນະ​ເລີດ”. ນັກ​​ຖ່າຍຮູບ ຈູ​ຈີ໋​ແທ່ງ ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ​ຮູບ​ຖ່າຍ​ຂອງ​ຂ້າພະ​ເຈົ້າ​ທີ່​ໄດ້​ຮັບ​ລາງວັນ​ແມ່ນ​ມີ​ຄວາມ​ໝາຍ ​ແລະ ​ເໝາະ​ສົມ. ​ແຕ່​ສິ່ງ​ທີ່​ເໝາະ​ສົມ​ນັ້ນ​ແມ່ນ​ຄວນມອບ​​ໃຫ້​ບັນດາ​ຜູ້​ຢູ່​ຮູບ​ຖ່າຍ ຍ້ອນ​ວ່າ​ເຂົາ​ເຈົ້າ​ມີ​ນຳ​ໃຈ​ຂອງ​ເພື່ອນ​ຮ່ວມ​ກົມ​ກອງ. ​ເຂົາ​ເຈົ້າ​ກໍ່​ແມ່ນ​ເຈົ້າຂອງຜົນງານປະ​ເທດ​ຊາດ​ໃນ​ຕົວ​ຈິງ.”

 

ຂ່າວ/ບົດ​ອື່ນ