ແນະນຳບັນດາຜະລິດຕະພັນທີ່ລະນຶກທີ່ເປັນເອກະລັກສະເພາະເຖິງຜູ້ແທນ APEC

(VOVWORLD) - ຄຽງຄ້າງບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງໝູ່ບ້ານ ນອນເນື້ອກ ແລ້ວ, ຍັງມີຜະລິດຕະພັນໃຫຍ່, ນ້ອຍນັບຮ້ອຍຢ່າງກ່ຽວກັບວັດທະນະທຳແຕ່ລະເຂດ, ພາກ ຂອງ ຫວຽດນາມ ຈະໄດ້ແນະນຳໃນໂອກາດນີ້ອີກດ້ວຍ. 
ແນະນຳບັນດາຜະລິດຕະພັນທີ່ລະນຶກທີ່ເປັນເອກະລັກສະເພາະເຖິງຜູ້ແທນ APEC - ảnh 1 ກອງທອງ ງອັກຫລູ (ພາບປະກອບ)

ບັນດາຜະລິດຕະພັນດ້ວຍຫີນຄື: ລີງວອກ ຈ່າວ໋າ ຕີນສີນ້ຳຕານ ຫຼື ກອງທອງ ງອັກຫລູ, ເຄື່ອງດົນຕີ 5 ຢ່າງຮັບໃຊ້ວົງດົນຕີພະລາດຊະວັງ ເຫ້ວ ແລະ ຫຼາຍຜະລິດຕະພັນທີ່ເປັນເອກະລັກສະເພາະຫຼາຍຢ່າງຂອງ ຫວຽດນາມ ຈະໄດ້ນຳມາວາງສະແດງຮັບໃຊ້ແຂກທ່ອງທ່ຽວຢູ່ໝູ່ບ້ານຄວັດສະຫຼັກຫີນຫັດຖະກຳ ນອນເນື້ອກ ໃນສັບປະດາຂັ້ນສູງ APEC ທີ່ຈະຈັດຕັ້ງຢູ່ນະຄອນ ດ່ານັ້ງ ໃນເດືອນພະຈິກຈະມາເຖິງ. ຄຽງຄ້າງບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງໝູ່ບ້ານ ນອນເນື້ອກ ແລ້ວ, ຍັງມີຜະລິດຕະພັນໃຫຍ່, ນ້ອຍນັບຮ້ອຍຢ່າງກ່ຽວກັບວັດທະນະທຳແຕ່ລະເຂດ, ພາກ ຂອງ ຫວຽດນາມ ຈະໄດ້ແນະນຳໃນໂອກາດນີ້ອີກດ້ວຍ. ນັ້ນແມ່ນສັນຍາລັກຂອງເຂດບ້ານນາ ຫວຽດນາມ ສະຫງົບງຽບ, ນັກສິລະປະຍິງຊາຍຂັບ ກວານຫໍ້, ນາງສາວ ເຫ້ວ… ຕາມບັນດາເຈົ້າຂອງຮາກຖານຜະລິດຢູ່ໝູ່ບ້ານນອນເນື້ອກແລ້ວ, ບັນດາຮາກຖານໄດ້ເປັນເຈົ້າການກະກຽມເຄື່ອງແບບໃຫ້ພາລະກອນຂາຍເຄື່ອງ, ເຝິກອົບຮົມໃຫ້ພາລະກອນຂາຍເຄື່ອງບັນດາທັກສະໃນການທັກທາຍ… ເພື່ອແນໃສ່ສ້າງຄວາມປະທັບໃຈອັນດີງາມໃຫ້ຜູ້ແທນ APEC.

ຕອບກັບ

ຂ່າວ/ບົດ​ອື່ນ