ແນະນຳບັນດາຜະລິດຕະພັນວິຈິດສິນຂອງບັນດານັກແຕ້ມຍິງພາກເໜືອ,ພາກກາງ,ພາກໃຕ້

(VOVWORLD) - ຕອນບ່າຍວັນທີ 30 ຕຸລາ, ຢູ່ຫໍພິພິດຕະພັນວິຈິດສິນຫວຽດນາມ, ຮ່າໂນ້ຍ, ໄດ້ໄຂງານວາງສະແດງ “ສີສັນ”, ແນະນຳພາບແຕ້ມຂອງນັກແຕ້ມຍິງ 15 ຄົນ ຢູ່ ພາກເໜືອ, ພາກກາງ, ພາກໃຕ້.
ແນະນຳບັນດາຜະລິດຕະພັນວິຈິດສິນຂອງບັນດານັກແຕ້ມຍິງພາກເໜືອ,ພາກກາງ,ພາກໃຕ້ - ảnh 1 (ແນະນຳບັນດາຜະລິດຕະພັນວິຈິດສິນຂອງບັນດານັກແຕ້ມຍິງພາກເໜືອ,ພາກກາງ,ພາກໃຕ້)

ນີ້ແມ່ນງານວາງສະແດງຄັ້ງທີ 9 ຂອງບັນດານັກແຕ້ມຍິງ ແລະ ງານວາງສະແດງແຕ່ລະຄັ້ງກໍ່ລ້ວນແຕ່ສ້າງຄວາມປະຖັບໃຈພິເສດສະເພາະ. ບັນດາພາບແຕ້ມທີ່ເປັນເອກະລັກສະເພາະ, ມີວິຖີແຕກຕ່າງກັນ, ເຊີດຊູຄວາມງາມຂອງທຳມະຊາດ, ມະນຸດ ແລະ ປະເທດຊາດ. ນັກແຕ້ມ ເຈີ່ນແທງທຸກ, ຢູ່ຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ກຸ່ມນັກແຕ້ມຍິງພວກຂ້າພະເຈົ້າໄດ້ເຂົ້າຮ່ວມງານວາງສະແດງນຳກັນ 9 ຄັ້ງ ແລະ ພວກຂ້າພະເຈົ້າເຄື່ອນໄຫວບົນຈິດໃຈອາສາສະໝັກ ແລະ ມີຄວາມຮັກຕໍ່ວິຈິດສິນ. ບັນດາງານວາງສະແດງ “ສີສັນ” ກ່ອນນີ້ກໍຄືກັບຄັ້ງນີ້. ນັກແຕ້ມແຕ່ລະຄົນຢູ່ບັນດາເຂດພາກແຕກຕ່າງກັນ ໄດ້ນຳເອົາຜົນງານວິຈິດສິນທີ່ພົ້ນເດັ່ນທີ່ສຸດ ແລະ ງາມທີ່ສຸດໄປວາງສະແດງເພື່ອເຊີດຊູເຂດພາກເຊິ່ງຕົນເອງພວມດຳລົງຊີວິດຢູ່”.

        ງານວາງສະແດງ “ສີສັນ” ຖືກດຳເນີນຮອດວັນທີ 07 ພະຈິກຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ