ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ 2019

(VOVWORLD) -ຕອນເຊົ້າວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າ ໄດ້ສົມທົບກັບອົງການພັດທະນາອຸດສາຫະກຳສະຫະປະຊາຊາດ (UNIDO) ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ ປີ 2019.
ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ 2019  - ảnh 1(ແນະນຳປື້ມປົກຂາວຫົວທຳອິດກ່ຽວກັບອຸດສາຫະກຳຫວຽດນາມ 2019)

ປື້ມປົກຂາວອຸດສາຫະກຳຫວຽດນາມ 2019 ໄດ້ຮັບການສ້າງຂຶ້ນໃນຂອບເຂດໂຄງການ “ໜູນຊ່ວຍລັດຖະບານຫວຽດນາມ ໃນການສ້າງຍຸດທະສາດຂະແໜງອຸດສາຫະກຳ ແລະ ບັນດານະໂຍບາຍກ່ຽວຂ້ອງເຖິງການຮັບຮອງເອົາການສ້າງກຳລັງຄວາມສາມາດລະບອບລະບຽບການ”.

        ປື້ມປົກຂາວອຸດສາຫະກຳຫວຽດນາມ 2019 ໄດ້ໄຈ້ແຍກ ແລະ ຕີລາຄາສະພາບປະຈຸບັນຂອງຂະແໜງອຸດສາຫະກຳປະດິດສ້າງຂອງຫວຽດນາມ. ປື້ມຫົວນີ້ໄດ້ຊີ້ໃຫ້ເຫັນບັນດາຂໍ້ຕິດຄັດ ແລະ ບັນດາສິ່ງຄົງຄ້າງຄວນໄດ້ຮັບການແກ້ໄຂຢູ່ທັງລະດັບມະຫາພາກ ແລະ ຂັ້ນຂະແໜງ; ພ້ອມທັງຍົກອອກຂໍ້ສະເໜີແນະດ້ານນະໂຍບາຍເພື່ອແນໃສ່ບັນລຸໄດ້ຄາດໝາຍຂອງລັດຖະບານທີ່ໄດ້ວາງອອກ, ນັ້ນແມ່ນຊຸກຍູ້ການຫັນເປັນອຸດສາຫະກຳ ຜ່ານຄວາມມານະພະຍາຍາມຍົກສູງມູນຄ່າເພີ່ມ ແລະ ປັບປຸງເຕັກໂນໂລຊີມີການຄິດໄລ່ເຖິງຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ສະພາບພົນລະເມືອງຜູ້ມີອາຍຸສູງກວມເອົາສ່ວນຫຼາຍ…

ແນະນຳບາງເນື້ອໃນຕົ້ນຕໍໃນ ປື້ມປົກຂາວຫົວດັ່ງກ່າວ, ທ່ານນາງ ຫງວຽນທິຊວັນຖຸ໊ຍ, ຫົວໜ້າກຸ່ມຮຽບຮຽງປື້ມ, ກົມອຸດສາຫະກຳຫວຽດນາມ (ກະຊວງອຸດສາຫະກຳການຄ້າຫວຽດນາມ), ໃຫ້ຮູ້ວ່າ.

“ໃນປື້ມປົກຂາວຫົວນີ້, ສຳລັບແຕ່ລະຂະແໜງ, ພວກຂ້າພະເຈົ້າໄດ້ຍົກອອກຂໍ້ສະເໜີແນະຢ່າງລະອຽດ. ສຳລັບຂະແໜງປຸງແຕ່ງ, ຜະລິດເວົ້າລວມ, ຈາກບັນດາເປົ້າໝາຍ ແລະ ບັນດາໝາກຜົນໄຈ້ແຍກ, ພວກຂ້າພະເຈົ້າໄດ້ວາງອອກບັນຫາຍຸດທະສາດເຊິ່ງໃນໄລຍະຈະມາເຖິງຂະແໜງຄວນແກ້ໄຂ ນັ້ນແມ່ນບັນຫາທີ່ກ່ຽວຂ້ອງເຖິງມູນຄ່າເພີ່ມ ແລະ ຄຸນນະພາບດ້ານການຄ້າໃນຕົວເລກແກ່ງແຍ້ງອຸດສາຫະກຳ. ພ້ອມກັນນັ້ນແມ່ນກຳລັງຄວາມສາມາດດ້ານອຸດສາຫະກຳຂອງບັນດາ FDI…”

ຕອບກັບ

ຂ່າວ/ບົດ​ອື່ນ