ແນະນຳຟີມຮູບເງົາ ກ່ຽວກັບຮ່ວາງຊາ ຂອງຫວຽດນາມ ຢູ່ປາຣີ

ແນະນຳຟີມຮູບເງົາ ກ່ຽວກັບຮ່ວາງຊາ ຂອງຫວຽດນາມ ຢູ່ປາຣີ - ảnh 1
( ຟີມຮູບ​ເງົາ​ເອກະສານ “ ຮ່ວາງ​ຊາ​ຫວຽດນາມ;​ ຄວາມ​ເຈ​ບປວດ ” )

( vovworld ) –   ຕອນ​ຄໍ່າ​ວັນ​ທີ 11/5, ຟີມຮູບ​ເງົາ​ເອກະສານ “ ຮ່ວາງ​ຊາ​ຫວຽດນາມ;​ ຄວາມ​ເຈ​ບປວດ ” ຂອງ​ຜູ້​ກຳກັບ ​ແລະ ​ແຕ່າງ​ລະຄອນ​ຄົນ​ຝລັ່ງ​ເຊື້ອ​ຊາດ​ຫວຽດນາມ Andre Menras ​ໄດ້​ຖືກ​ນຳ​ສາຍຢູ່​ສູນ​ວັດທະນະທຳ​ຫວຽດນາມ ທີ່​ປາຣີ ( ຝລັ່ງ ). ການ​ສາຍຟີມຮູ​ບ​ເງົາ​ໂດຍ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ປະຈຳ​ຝລັ່ງ ( UEVF ) ຈັດ​ຕັ້ງຂຶ້ນ ດ້ວຍ​ການ​ເຂົ້າຮ່ວມຂອງ​ພໍ່​ແມ່ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລັ່ງ ​ແລະ ບັນດາ​ເພື່ອນ​ມິດ​ຝລັ່ງ ​​ທີ່ຮັກ​ແຟງ​ຫວຽ​ດນາມ ຈຳນວນ​ຫຼວງ​ຫຼາຍ. ຟີມຮູ​ບ​ເງົາ​ໄດ້​ສ່ອງ​ແສງ​ຊີວິດ​ການ​ເປັນ​ຢູ່ຂອງ​ຊາວ​ປະມົງ​ເຂດ​ທະ​ເລ​ເມືອງ ບິ່ງ​ເຊີນ, ​ເມືອງ​ເກາະ​ລິ໋​ເຊີນ ( ກວາງ​ຫງ໋າຍ ). ​ເຖິງ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​, ສິ່ງ​ທະ​ທ້າຍຢູ່​ທະ​ເລຫຼາຍ​ຢ່າງກໍ​ຕາມ, ​ແຕ່​ຊາວ​ປະມົງ​ທາງ​ພາກ​ກາງ ຍັງ​ຕັດສິນ​ໃຈ​ຕິດ​ພັນ​ກັບ​ທະ​ເລ​ເພື່ອ​ຜະລິດ, ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​​ເກາະ. ກອນ​ໜ້າ​ນັ້ນ,  ຟີມຮູບ​ເງົາ​ “ ຮ່ວາງ​ຊາ​ຫວຽດນາມ;​ ຄວາມເຈ​ບປວດ ” ​​ເຄີຍ​ຖືກ​ນຳ​ສາຍ​ຢູ່​ບາງ​ນະຄອນ​ອື່ນໆ​ຂອງ​ຝລັ່ງຄື Toulouse ​ແລະ Beziers, ກໍ​ຄື​ຢູ່ບາງປະ​ເທ​ດ​ເອີ​ລົບ ຄື ​ເຢຍລະ​ມັນ, ສາທາລະນະ​ລັດ​ເຊັກ ​ແລະ ​ໂປ​ໂລ​ຍ. ພາຍຫຼັງ​ສາຍ​ຟີມຮູບ​ເງົາ​ແລ້ວ ​ແມ່ນ​ເຄີຍ​ຈັດການ​ສຳ​ມະ​ນາກ່ຽວ​ກັບ​ຊີວິດ​ຂອງ​ຊາວ​ປະມົງ​ຫວຽດນາມ ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ຢັ້ງຢືນ​ອະທິປະ​ໄຕຂອງ​ຫວຽດນາມ ​ທີ່​ມີ​ຕໍ່​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ. ການ​ສຳ​ມະ​ນາ​ນີ້ ທ່ານ Menras ກໍ​ຮຽກຮ້ອງ​ບໍລິຈາກ​ເງິນສະໜັບ​ສະ​ໜູນ​ ​​ແລະ ​ຊ່ວຍ​ເຫຼືອບັນດາ​ຄອບຄົວ​ຊາວ​ປະ​ມົງ​ຫວຽດນາມ.


ຂ່າວ/ບົດ​ອື່ນ