ແນະນຳລາຍການສື່ສານ “ ເສັ້ນທາງຢຸກຢາຫວຽດນາມ”

 ແນະນຳລາຍການສື່ສານ “ ເສັ້ນທາງຢຸກຢາຫວຽດນາມ”   - ảnh 1
ພິທີ​ແນະນຳ​ລາຍການ​ສື່ສານ “ ​ເສັ້ນທາງ​ຢຸກຢາ​ຫວຽດນາມ”

(vovworld)- ວັນ​ທີ 20/12, ກົມ​ຄຸ້ມ​ຄອງການ​ຢາ(ກະຊວງສາທາລະນະສຸກ ຫວຽດນາມ) ​ໄດ້​ປະກາດ​ພິທີ​ແນະນຳ​ລາຍການ​ສື່ສານ “ ​ເສັ້ນທາງ​ຢຸກຢາ​ຫວຽດນາມ”. ​ເພື່ອ​ຕອບ​ສະໜອງ​ບັ້ນ​ຂົນຂວາ​ຍ “ ຊາວ​ຫວຽດນາມ​​ໃຫ້ບຸລິ​ມະ​ສິດ​ໃຊ້​ຢາ​ຫວຽດນາມ” ​ໂດຍ​ກົມ​ການ​ເມືອງ​ປຸກລະດົມ, ກະຊວງສາທາລະນະສຸກ​ໄດ້​ຜັນ​ຂະຫຍາຍ​ລາຍການ​ສື່ສານ“ ​ເສັ້ນທາງ​ຢຸກຢາ​ຫວຽດນາມ” ດ້ວຍ​ຄວາມ​ຫວັງ​ໃນ​ແຕ່ລະ​ປີ ​ເລືອກ​ເຟັ້ນ​ເອົາ ​ແລະ ​ເຊີດ​ຊູ 100 ຜະລິດ​ຕະພັນ​ການ​ຢາ​ທີ່​ມີ​ຄຸນ​ນະພາ​ບດີ​ກ່ວາ​ໝູ່. ລາຍການ​ຈະ​ຖືກ​ອອກ​ອາກາດ​ທາງ​​ໂທລະພາບ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ຫວຽດນາມ. ທ່ານ​ນາງ​ຫງວຽນ​ທິກິມຕ້ຽນ ລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ​ໃຫ້​ຮູ້​ວ່າ : 

    “ກະຊວງສາທາລະນະສຸກຈະນຳເຂົ້າສາລະບານຢຸກຢາປະກັນສຸຂະພາບ ແລະ ບັນດາແຫຼ່ງ ງົບປະມານ ເພື່ອໃຊ້ຈາຍນັ້ນ, ໃຫ້ບຸລິມະສິດແກ່ການໃຊ້ຢາຂອງ ພາຍໃນປະເທດທີ່​ມີ​ຄຸນ​ປະ​ໂຫຍ​ດດີ. ທີ່ 2 ​ແມ່ນ​ດັບ​ປັບ​ບາງ​ຈຸດ​​ໃນ​ບັນດາ​ບົດ​ແນະນຳ, ຂໍ້​ກຳນົດ​ບົ່ງມະ​ຕິພະຍາດ​ໃຫ​້​ແກ່​ແພດ​ໝໍ, ​ໃຊ້​ລະບົບ​ໃບ​ບົ່ງມະ​ພະຍາດ​ເອ​ເລັກ​ໂຕ​ນິກ​ເພື່ອ​ຄວບ​ຄຸມ, ຫຼີກ​ລ້ຽງ​ການ​ໃຊ້​ຢາ​ທີ່​ມີ​ລາ​ຄາສູງ ​ໂດຍ​ບໍ່​ຈຳ​ເປັນ ນັບ​ທັງ​ບັນດາ​ໂຮງໝໍ​ຂັ້ນ​ສູນ​ກາງ. ສຳລັບ​ບັນດາ​ໂຮງໝໍ​ຂັ້ນ​ເມືອງ ປະຈຸ​ບັນ​ໄດ້​ໃຊ້​ຢາ​ທີ່​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ​ເຖິງ 80%, ​ແຕ່​ມີໝາກຜົນດີ​ທີ່​ສຸດ. ”

ຂ່າວ/ບົດ​ອື່ນ