ແນະນຳລາຍການສະຫງ່າລາສີຫວຽດນາມຄັ້ງທີ10

ແນະນຳລາຍການສະຫງ່າລາສີຫວຽດນາມຄັ້ງທີ10 - ảnh 1
ລາຍການ​ສະຫງ່າ​ລາສີ​ຫວຽດນາມປີ 2012
ພາບປະກອບ:internet

(vovworld)- ລາຍການ​ສະຫງ່າ​ລາສີ​ຫວຽດນາມຄັ້ງ​ທີ 10 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ບືນ​ຕົວ​ຂຶ້ນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ” ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 13/7 ຈະ​ມາ​ເຖິງ. ລາຍການ​ດັ່ງກ່າວ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ​ເພື່ອ​ເຊີດ​ຊູ​ໝູ່​ຄະນະ, ສ່ວນ​ບຸກຄົນ​ວິລະ​ຊົນ​ແຮງ​ງານ, ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ, ​ແບບຢ່າງ​ດີ​ເດັ່ນ​ທີ່ມີ​ການ​ກະທຳ​ກ້າຫານ, ມີ​ຜົນງານ​ພິ​ເສດ​ໃນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ລາຍການ“ສະຫງ່າ​ລາສີ​ຫວຽດນາມ” ປີ​ນີ້ ຈະ​ເຊີດ​ຊູ ສ່ວນ​ບຸກຄົນ 15 ຄົນ ​ແລະ 11 ໝູ່​ຄະນະທີ່ມີ​ຜົນງານ​ດີ​ເດັ່ນ​ມານະ​ພະຍາຍາມບືນ​ຕົວຂຶ້ນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​​ປະກອບສ່ວນ​ໃຫ້​ແກ່​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ທີ່​ການ​ປະຊຸມ​ຂ່າວດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 3/7, ທ່ານ ຮ່ວາງ​ງອກ​ແທງ, ຮອງ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ, ຮອງ​ຫົວຫນ້າ​ຄະນະ​ຈັດ​ຕັ້ງ​ລາຍການ​ດັ່ງກ່າວ​ໃຫ້​ຮູ້​ວ່າ:

        “ລາຍການ ສະຫງ່າ​ລາສີ​ຫວຽດນາມ ​ແມ່ນ​ເຊີດ​ຊູ​ວິລະ​ຊົນ​ແຮງ​ງານ, ວິລະ​ຊົນ​ກຳ​ລັງ​ປະ​ກອບ​ອາວຸດ, ພິ​ເສດ​ແມ່ນມຸ້ງ​ໄປ​ເຖິງ​ກຳ​ມະ​ບານ​ຮາກ​ຖານ, ກຳມະກອນ​ແຮງ​ງານ​ທີ່​ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ​ໃຫ້​ແກ່​ພາລະກິດ​ສ້າງສາ​ປະ​ເທດ​ຊາດ. ນອກ​ນັ້ນ ຍັງ​ເຊີດ​ຊູ​ບັນດາ​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ນຳ​ມາ​ເຊິ່ງລາຍ​ຮັບ​ໃຫ້​ແກ່​ວິ​ສາ​ຫະກິດ, ​ເບີ່​ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ງານ​ເປັນ​ຢ່າງ​ດີ, ປ​ະກອບ​ສ່ວນ​ຫລາຍ​ຢ່າງ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ