ແນະນຳ​ສັບປະດາ​ຮູບ​​ເງົາ​ອາ​ຊຽນຄັ້ງ​ທີ5​ຢູ່​ສ.​ເຊັກ​ໂກ

ແນະນຳ​ສັບປະດາ​ຮູບ​​ເງົາ​ອາ​ຊຽນຄັ້ງ​ທີ5​ຢູ່​ສ.​ເຊັກ​ໂກ - ảnh 1
ຮູບ​ເງົາ​​ “ຊີວິດ​ຂອງນາງ ອ໋ຽນ”
(ພາບ: ງອກມາຍ/ຫວຽດນາມ+)

(vovworld) - ​ ວັນ​ທີ 30/08, ຜູ້ຕາງໜ້າ​ສະຖານທູດ​ບັນດາ​ປະ​ເທດ ​ໄທ, ຟີ​ລີບ​ປິນ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ​ແລະ ຫວຽດນາມ ​ໃນ​ຄະນະ​ກຳມະການ ອາ​ຊຽນ ຢູ່ Praha (ACP) ​ໄດ້ຈັດ​ການ​ປະຊຸມ​ຂ່າວ​ແນະນຳ​ສັບປະດາ​ຮູບ​ເງົາ ອາ​ຊຽນ ຄັ້ງ​ທີ 5 ຢູ່ ສ.​ເຊັກ​ໂກ. ຕາມ​ນັ້ນ​ແລ້ວ, ຮູບ​ເງົາ​ທີ່​ດີ​ເດັ່ນ 5 ​ເລື່ອງ​ຂອງ 5 ປະ​ເທດ ອາ​ຊຽນ ຢູ່ ສ.ເຊັກ​ໂກ ຈະ​ໄດ້ນຳ​ມາ​ສາຍ​ຮັບ​ໃຊ້ມະ​ຫາ​ຊົນ ​ເຊັກ​ໂກ ນັບ​ແຕ່​ວັນ​ທີ 13 – 17/09 ຈະ​ມາ​ເຖິງ. ​ບັນດາ​ຮູບ​ເງົາສ່ວນ​ຫລາຍ​ໄດ້​ຮັບ​ການ​ເລືອກເຟັ້ນມາ​ສາຍ​ໃນ​ຄັ້ງນີ້ ລ້ວນແຕ່​ຂຶ້ນ​ກັບປະ​ເພດ​ເລື່ອງ​ຄວາມ​ຮັກ, ຈິດຕະສັງຄົມ ສ່ອງ​ແສງ​ການ​ພົວພັນ​ລະຫວ່າງມະນຸດ​ໃນ​ສັງຄົມ ຫຼື ຄວາມ​ມຸ່ງ​ຫວັງ​ຊອກ​ຫາ​ຄຸນຄ່າ​ແທ້​ຈິງ ຂອງ​ການ​ດຳລົງ​ຊີວິດ, ຂອງ​ຄວາມ​ຮັກ. ປີ​ນີ້, ຫວຽດ​ນາມ ​ແນະ​ນຳ​ຮູບ​ເງົາ​​ເລື່ອງ​ທີ່​ມີ​ຊື່ວ່າ “ຊີວິດ​ຂອງນາງ ອ໋ຽນ”. ທ່ານ ຫວູວັນ​ມີ​ງ ທີ່​ປຶກສາ​ການ​ເມືອງ ສະຖານທູດ ຫວຽດນາມ ປະຈຳ ສ.​ເຊັກ​ໂກ ​ໃຫ້​ຮູ້​ວ່າ:

        “ຮູບ​ເງົາ ຊີວິດ​ຂອງນາງ ອ໋ຽນ ​ເວົ້າ​ກ່ຽວ​ກັບຮີດຄອງ​ປະ​ເພນີ​ຂອງ​ສັງຄົມ​ໃນ​ສະ​ໄໝຫົວ​ເມືອງ​ຂຶ້ນ​ເຄິ່ງສັກ​ດີ​ນາ ສຳລັບ​ແມ່ຍິງ ຫວຽດນາມ ຢູ່​ເຂດ​ບ້ານ​ນາ​ພາກ​ເໜືອ. ຢູ່​ແຫ່ງນັ້ນ ປະຊາຊົນ​ເກືອບ​ຄື​ວ່າ​ບໍ່​ມີ​ບົດບາດ​ໃນ​ສັງຄົມ, ບໍ່​ໄດ້​ໄປ​ໂຮງ​ຮຽນ…​ຮູບ​ເງົາ​ນີ້ ​ໄດ້​ສະ​ແດງ​ຊ່ວຍໃຫ້​ຜູ້​ຊົມ ສ.​​ເຊັກ​ໂກ ​ເຂົ້າ​ໃຈ​ປະຫວັດ​ຊາດ, ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ຊາວ ຫວຽດນາມ ຜ່ານ​ແຕ່ລະ​ໄລຍະ​ປະຫວັ​ດສາດ.

        ສັບປະດາ​ຮູບ​ເງົາ ອາ​ຊຽນ ຢູ່ ສ.​ເຊັກ​ໂກ ​ແມ່ນ​ເຫດການ​ວັດທະນະທຳ ​ຖືກ​ສະຖານທູດ 5 ປະ​ເທດ​ໃນ​ຄະນະ​ກຳມະການ ອາ​ຊຽນ ຢູ່ Praha ຈັດ​ຕັ້ງ​ເປັນ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ແນະນຳ​ພື້ນຖານ​ວັດທະນະທຳ​​ເປັນ​ເອກະລັກຂອງ ​ອາ​ຊຽນ ​ເວົ້າ​ລວມ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ເວົ້າ​ສະ​ເພາະ​ໃຫ້​ແກ່​ມະຫາຊົນ ສ.​ເຊັກ​ໂກ.

        

ຂ່າວ/ບົດ​ອື່ນ