ແນະນຳສີສັນຫວຽດນາມໃນການເຊື່ອມໂຍງອາຊຽນ+3

(VOVWORLD) -ວັນທີ 1 ເມສາ ຢູ່ວິທະຍາຄານພາສາຕ່າງປະເທດ ມະຫາວິທະຍາໄລລາຊະວົງພະນົມເປັນ ປະເທດກຳປູເຈຍ, ສະຖານທູດຫວຽດນາມ ແລະ ຄະນະນັກສຶກສາຫວຽດນາມ ຢູ່ ກຳປູເຈຍ ໄດ້ເຂົ້າຮ່ວມງານບຸນ ອາຊຽນ +3. 
ແນະນຳສີສັນຫວຽດນາມໃນການເຊື່ອມໂຍງອາຊຽນ+3 - ảnh 1 ຜູ້ແທນເຂົ້າຮ່ວມຮ້ານວາງສະແດງຂອງຫວຽດນາມ

ງານບຸນຈັດຂຶ້ນແມ່ນເພື່ອໃຫ້ບັນດານັກສຶກສາບັນດາປະເທດອາຊຽນ ແລະ ສາມປະເທດຄູ່ຮ່ວມມືພວມຮ່ຳຮຽນຢູ່ ກຳປູເຈຍ ມີໂອກາດໄດ້ພົບປະແລກປ່ຽນ, ໂຄສະນາບັນດາຈຸດທີ່ເປັນເອກະລັກສະເພາະຂອງຊາດຕົນ. ໃນງານບຸນຍັງມີບັນດາຮ້ານວາງສະແດງສິນຄ້າຂອງບັນດາປະເທດ ແລະ ແນະນຳອາຫານການກິນ, ສອນພາສາ, ສະແດງສິລະປະວັດທະນະທຳ ແລະ ສາຍຮູບເງົາໂຄສະນາກ່ຽວກັບປະເທດຊາດ, ປະຊາຊົນບັນດາປະເທດເຂົ້າຮ່ວມງານບຸນ. ເຂົ້າຮ່ວມເຫດການນີ້, ສະຖານທູດຫວຽດນາມ ແລະ ບັນດານັກສຶກສາຫວຽດນາມ ພວມຮ່ຳຮຽນຢູ່ ກຳປູເຈຍ ໄດ້ວາງສະແດງປື້ມ ຫນັງສືພິມ, ຮູບພາບ ແລະ ບັນດາຜະລິດຕະພັນຂອງຫວຽດນາມທີ່ເຕັມໄປດ້ວຍສີສັນຊາດ ພ້ອມທັງໂຄສະນາບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ