ແນະນຳເສດຖະກິດຫວຽດນາມເຖິງປະຊາຄົມວິສາຫະກິດນະຄອນOran

0
ແນະນຳເສດຖະກິດຫວຽດນາມເຖິງປະຊາຄົມວິສາຫະກິດນະຄອນOran - ảnh 1
​ທ່ານ ຟ້າມ​ເທ​ຈູ້, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ຢູ່ ອານ​ເຊ​ຣີ 
 ພົບ​ປະ​ກັບ​ເຈົ້າ​ແຂວງ  Oran, Zaafen Abdelghani
. (ພາບ: Thanh Bình/Vietnam+)

(vovworld)-  ນັບ​ແຕ່​ວັນ​ທີ 28-30/11, ​ທ່ານ ຟ້າມ​ເທ​ຈູ້, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ຢູ່ ອານ​ເຊ​ຣີ ໄດ້​ມີ​ການ​ປະ​ຕິ​ບັດ​ງານ​ເຖິງ Oran ຊື່ງ​ແມ່ນ​ນະ​ຄອນ​ໃຫຍ່​ອັນ​ດັບ 2  ແລະ ຢູ່​ທາງ​ທິດ​ຕ​າ​ເວັນ​ຕົກ​ສ່ຽງ​ເຫນືອ​ຂອງ ອານ​ເຊ​ຣີ, ພົບ​ປະ​ກັບ​ຜູ້​ຕາງ​ຫນ້າ​ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ​ປະ​ມານ 30 ແຫ່ງ ທີ່​ພວມ​ເຄື່ອນ​ໄຫວ​ໃນ​ບັນ​ດາ​ຂົງ​ເຂດ​ຂາ​ອອກ​ຂາ​ເຂົ້າ, ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ການ​ລົງ​ທຶນ, ກໍ່​ສ້າງ .. ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ. ທີ່​ການ​ພົບ​ປະ, ທ່ານ ຟ້າມ​ເທ​ຈູ້, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ຢູ່ ອານ​ເຊ​ຣີ ໄດ້​ຢືນ​ຢັນ: ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ ແມ່ນ​ປາດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ​ກັບ​ທຸກ​ປະ​ເທດ​ໃນ​ໂລກກວ່າ​ອີກ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ປະ​ເທດ ອາ​ຟ​ຼິ​ກາ ບົນ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ກາ​ນ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ທ່ານ ຟ້າມ​ເທ​ຈູ້, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ຢູ່ ອານ​ເຊ​ຣີ ມີ​ຄວາມ​ເຊື່ອ​ໝັ້​ນ​ວ່າ ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ ເພື່ອ​ເຂົ້າ​ໃຈ​ກ່ຽວ​ກັບ​ຕະ​ຫລາດ​ສອງ​ປະ​ເທດກວ່າ, ຜ່ານນັ້ນ ຊ່ວຍ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ສອງ​ຝ່າຍ ພ້ອມ​ທັງ​ຢືນ​ຢັນ ຈະ​ເຮັດ​ຈົ​ນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ ອານ​ເຊ​ຣ​ີ ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ກັບ​ຄູ່​ຮ່ວ​ມມື​ຫວຽດ​ນາມ​ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ພັດ​ທະ​ນາ. ສ່ວນ​ທ່ານ Abed Mouad, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ Oran ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາມ​ທີ່​ມີ​ຢູ່​ແລ້ວ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຄວນ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາກວ່າ​ອີກ​ເພື່ອ​ສົມ​ກັບ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ​ຂອງ​ສອງ​ປະ​ເທດ.


ຕອບກັບ

ຂ່າວ/ບົດ​ອື່ນ