ແບ່ງປັນບົດຮຽນການເຄື່ອນໄຫວຂອງແນວໂຮມປະເທດຊາດລະຫວ່າງນະຄອນໂຮ່ຈິມິນແລະແຂວງຈຳປາສັກ

(VOVWORLD) -ຕອນບ່າຍວັນທີ 16 ກໍລະກົດ, ທ່ານນາງ ໂຕທິບິກເຈົາ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານຄະນະກຳມການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ, ໄດ້ມີການເຮັດວຽກກັບຄະນະກຳມະການແນວລາວສ້າງຊາດແຂວງຈຳປາສັກ, ປະເທດລາວ ໂດຍທ່ານ ສີທອນ ແກ້ວພູວົງ, ປະທານແນວລາວສ້າງຊາດ ແຂວງ ຈຳປາສັກ, ນຳໜ້າ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ແບ່ງປັນບົດຮຽນການເຄື່ອນໄຫວຂອງແນວໂຮມປະເທດຊາດລະຫວ່າງນະຄອນໂຮ່ຈິມິນແລະແຂວງຈຳປາສັກ - ảnh 1ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ, ເຮັດວຽກກັບຄະນະກຳມະການແນວລາວສ້າງຊາດແຂວງຈຳປາສັກ 

(ພາບ: daidoanket.vn)

ທີ່ການເຮັດວຽກ, ຜູ້ຕາງໜ້າຄະນະຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໄດ້ແຈ້ງໃຫ້ຝ່າຍລາວ ຮັບຊາບກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງນະຄອນໃນໄລຍະຜ່ານມາ;  ແບ່ງປັນວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ບັນດາບັ້ນຂົນຂວາຍ, ຂະບວນການຂອງແນວໂຮມນະຄອນ…

        ສ່ວນທ່ານ ສີທອນ ແກ້ວພູວົງ ໃຫ້ຮູ້ວ່າ, ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງແນວໂຮມນະຄອນໂຮ່ຈິມິນ ແລະ ແຂວງຈຳປາສັກ, ບົນພື້ນຖານສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນຫວຽດນາມ - ລາວ. ທ່ານ ສີທອນ ແກ້ວພູວົງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ແລກປ່ຽນບົດຮຽນ, ມີການຮ່ວມມືຫຼາຍກວ່າອີກເພື່ອແນໃສ່ຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງ 2 ທ້ອງຖິ່ນ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມຂອງນະຄອນໂຮ່ຈິມິນ ແລະ ແຂວງຈຳປາສັກ.

ຕອບກັບ

ຂ່າວ/ບົດ​ອື່ນ