ແບ່ງປັນບົດຮຽນສາກົນໃນການຮັບປະກັນສິດເສລີໃນການການເຫຼື້ອມໃສເຊື່ອຖືສາສະໜາ

ແບ່ງປັນບົດຮຽນສາກົນໃນການຮັບປະກັນສິດເສລີໃນການການເຫຼື້ອມໃສເຊື່ອຖືສາສະໜາ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​​ລາຍການ​ເຈລະຈາຍຸດ​ທະ​ສາດ EU - ຫວຽດນາມ, ວັນ​ທີ 08/10, ຄະນະ​ສາສະໜາ​ລັດຖະບານ​ ​ໄດ້​ສົມທົບ​ກັບ​ຄະນະ​ຜູ້​ແທນ​ສະຫະພາບ​ເອີ​ລົບ ປະຈຳ​ຫວຽດນາມ ​ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ວ່າ “ນະ​ໂຍບາຍ​ກົດໝາຍ​ເພື່ອ​ຮັບປະກັນ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ​ເຊື່ອ​ຖື​ສາສະໜາ - ​ແບ່ງປັນ​ບົດ​ຮຽນ​ລະຫວ່າງ​​ເອີ​ລົບ ​ແລະ ຫວຽດນາມ”. ກອງ​ປະຊຸມສຳ​ມະ​ນາ​ແມ່ນ​​ເວທີເພື່ອ​​ໃຫ້ບັນດາ​ນັກ​ວິທະຍາສາດ, ນັກ​ຊ່ຽວຊານ, ພະນັກງານ, ລັດຖະກອນ, ຜູ້​ມີ​ຍົດ​ຖາ​ບັນດາ​ສັກ, ນັກ​ຄົ້ນຄວ້າ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລກປ່ຽນ, ​ເຫັນ​ໄດ້​ຄວາມ​ມານະ​ພະຍາຍາມ​ຂອງ​ລັດ​ຫວຽດນາມ ​ໃນ​ການ​ປັບປຸງກົດໝາຍ​​ເພື່ອ​ຮັບປະກັນສິດ​ເສລີ​ໃນ​ການເຫຼື້ອມ​ໃສເຊື່ອ​ຖື​ສາສະໜາຂອງ​ປະຊາຊົນ, ສົ່ງ​​ເສີ​ມບັນດາ​ອົງການ​​​ສາສະໜາ, ຜູ້ເຊ​ື່ອຖື​ສາສະໜາ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະ​ເທດ​ຊາດ, ​ເພື່ອປະຊາຊົນ. ກອງ​ປະຊຸມ​ສຳ​ມະ​ນາ​ກໍ​ແມ່ນ​ກາລະ​ໂອກາດ​ເພື່ອ​ແລກປ່ຽນ​ວິຊາ​ການ, ຮັບ​ເອົາ​ບັນດາ​ບົດຮຽນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ສາສະໜາ, ຮັບປະກັນ​ການ​ຄວາມ​ເສລີ​ໃນ​ການເຊື່ອ​ຖື​ສາສະໜາ​​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ປອງ​ດອງ.

        ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​​ເຫຼື້ອມ​ໄຊເຊື່ອ​ຖື​ສາສະໜາ, ​ເຊິ່ງຄະນະ​ສາສະໜາ​ລັດຖະບານ​ຮຽບຮຽງ, ​ພວມ​ຮັບ​ເອົາຄຳ​ເຫັນ​ຢ່າງ​ກວ້າງຂວາງ ​ແມ່ນ​ກາ​ລະ​ໂອກາດ​ທີ່​ໃຫຍ່​ຫຼວງ​ເພື່ອ​ເພີ່ມ​ກອບ​ກົດໝາຍ​ຮັບປະກັນ​ການເຫຼື້ອມ​ໃສສາສະໜາ ຕາມ​ມາດຖານ​ສາກົນ ​ແລະ EU ພ້ອມ​ແລ້ວທີ່​ຈະ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ວິວັດ​ການ​ນີ້.

ຂ່າວ/ບົດ​ອື່ນ